ຮອງປະທານປະເທດດັ້ງທີຫງອກທິ້ງຢ້ຽມຢາມມົງໂກນເຂົ້າຮ່ວມກອງປະຊຸມສຸດຍອດແມ່ຍິງທົ່ວໂລກຄັ້ງທີ27

(VOVWORLD)-ທ່ານນາງຮອງປະທານປະເທດຫວຽດນາມ ດັ້ງທີຫງອກທິ້ງ ໄດ້ນຳໜ້າຄະນະຜູ້ແທນຫວຽດນາມ ເດີນທາງໄປຢ້ຽມຢາມມົງໂກນ ຢ່າງເປັນທາງການ

(vovworld) - ຕອນເຊົ້າວັນທີ 07/05, ທ່ານນາງຮອງປະທານປະເທດຫວຽດນາມ ດັ້ງທີຫງອກທິ້ງ ໄດ້ນຳໜ້າຄະນະຜູ້ແທນຫວຽດນາມ ເດີນທາງໄປຢ້ຽມຢາມມົງໂກນ ຢ່າງເປັນທາງການ ໃນລະຫວ່າງວັນທີ 07 – 10/05. 

ຮອງປະທານປະເທດດັ້ງທີຫງອກທິ້ງຢ້ຽມຢາມມົງໂກນເຂົ້າຮ່ວມກອງປະຊຸມສຸດຍອດແມ່ຍິງທົ່ວໂລກຄັ້ງທີ27 - ảnh 1

ທ່ານນາງຮອງປະທານປະເທດດັ້ງທີຫງອກທິ້ງ

ທີ່ກອງປະຊຸມສຸດຍອດແມ່ຍິງທົ່ວໂລກຄັ້ງທີ26

(ພາບ: BáoChinhphu)

ການຢ້ຽມຢາມຂອງທ່ານນາງຮອງປະທານປະເທດ ດັ້ງທີຫງອກທິ້ງ ຄັ້ງນີ້ ແມ່ນເພື່ອແນໃສ່ຊຸກຍູ້ການພົວພັນຄູ່ຮ່ວມມືທີ່ເປັນມູນເຊື້ອທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດກັບມົງໂກນ, ຊຸກຍູ້ການຮ່ວມມືດ້ານເສດຖະກິດ, ເປີດກວ້າງຂອບຂະໜາດດ້ານການຄ້າ, ເພີ່ມທະວີການຮ່ວມມືດ້ານແຮງງານ, ການສຶກສາ, ວັດທະນະທຳ, ທ່ອງທ່ຽວ…

        ພາຍຫຼັງການຢ້ຽມຢາມມົງໂກນ ຢ່າງເປັນທາງການ, ທ່ານນາງຮອງປະທານປະເທດ ດັ້ງທີຫງອກທິ້ງ ຈະຢ້ຽມຢາມ, ເຮັດວຽກ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດແມ່ຍິງທົ່ວໂລກຄັ້ງທີ 27 ຢູ່ຍີ່ປຸ່ນ ໃນລະຫວ່າງວັນທີ 10 – 16/05. ການຢ້ຽມຢາມແມ່ນເພື່ອແນໃສ່ປັບປຸງຄວາມໄວ້ເນື້ອເຊື່ອໃຈລະຫວ່າງການນຳ 2 ປະເທດ, ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຢ່າງເລິກເຊິ່ງ, ກວ້າງຂວາງກັບຍີ່ປຸ່ນ, ພິເສດແມ່ນໃນບັນດາຂົງເຂດເສດຖະກິດ, ແຮງງານ, ກະສິກຳ…. 

ຕອບກັບ

ຂ່າວ/ບົດ​ອື່ນ