ທ່ານນາງຮອງປະທານປະເທດຫວຽດນາມຫງວຽນທິຢວານ
(ພາບ:tinngan.vn)
(vovworld) - ຕອນເຊົ້າວັນທີ 28/12, ຢູ່ແຂວງເງະອານ, ທ່ານນາງຫງວຽນທິຢວານ, ຮອງປະທານປະເທດຫວຽດນາມ, ປະທານສະພາອຸປະກາລະກອງທຶນປົກປ້ອງເດັກຫວຽດນາມ ໄດ້ມອບທຶນສຶກສາ “ນ້ອງບໍ່ຕ້ອງປະລະການຮຽນ“ ໃຫ້ນັກຮຽນ 666 ຄົນ ດ້ວຍຍອດມູນຄ່າເກືອບ 2 ຕື້ດົ່ງ ຊື່ງແມ່ນນັກຮຽນທຸກຍາກ, ມັກການຮ່ຳຮຽນທີ່ອາດຈະຕ້ອງປະລະການຮຽນຢູ່ແຂວງແທງຮວາ, ເງະອານ, ຮ່າຕິ໋ງ ແລະ ກວາງບິ່ງ. ກ່າວຄຳເຫັນທີ່ພິທີ, ທ່ານນາງຮອງປະທານປະເທດຫວຽດນາມຫງວຽນທິຢວານ ໄດ້ສະເໜີໃຫ້ກອງທຶນອຸປະກາລະເດັກ 4 ແຂວງ ຕ້ອງໜູນຊ່ວຍພວກນ້ອງນັກຮຽນທຸກຍາກຮຽນເກັ່ງເພື່ອມີພວກນ້ອງໄດ້ຮັບທຶນສຶກສາຕື່ມອີກຫຼາຍຄົນ. ທຶນສຶກສາ “ນ້ອງບໍ່ຕ້ອງປະລະການຮຽນ“ ນອນໃນໂຄງການ “ໜູນຊ່ວຍການສຶກສາ“ ສັງກັດກອງທຶນອຸປະກາລະເດັກຫວຽດນາມ ເພື່ອແນໃສ່ລະດົມກຳລັງໃຈເດັກນ້ອຍມີຄວາມເຊື່ອໝັ້ນສືບຕໍ່ຮ່ຳຮຽນ, ປະກອບສ່ວນເຂົ້າໃນພາລະກິດສ້າງສາ ແລະ ພັດທະນາປະເທດຊາດ.