ຮອງປະທານປະເທດຫງວຽນທິຢວານເຂົ້າຮ່ວມກອງປະຊຸມສຸດຍອດແມ່ຍິງທົ່ວໂລກຄັ້ງທີ 25
ທ່ານນາງຮອງປະທານປະເທດ ຫງວຽນທິຢວານ
ເຂົ້າຮ່ວມກອງປະຊຸມສຸດຍອດແມ່ຍິງທົ່ວໂລກຄັ້ງທີ 25
(ພາບ: TTXVN)
(vovworld) – ໃນລະຫວ່າງວັນທີ 14 - 16/05, ທ່ານນາງຮອງປະທານປະເທດ ຫງວຽນທິຢວານ ໄດ້ນຳໜ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມສຸດຍອດແມ່ຍິງທົ່ວໂລກຄັ້ງທີ 25 ຢູ່ນະຄອນ Sao Paulo, ປະເທດບຣາຊິນ. ກ່າວຄຳເຫັນທີ່ພິທີໄຂ ແລະ ການປະຊຸມຂ່າວ, ທ່ານນາງຮອງປະທານປະເທດ ຫງວຽນທິຢວານ ຢືນຢັນວ່າ, ກອງປະຊຸມໄດ້ກາຍເປັນຂົວເຊື່ອມຕໍ່ຢ່າງແທດຈິງລະຫວ່າງລັດ ແລະ ວິສາຫະກິດ, ເພື່ອແນໃສ່ຊຸກຍູ້ບັນດາຂໍ້ລິເລີ່ມຮ່ວມມືດ້ານເສດຖະກິດ, ພິເສດແມ່ນສົ່ງເສີມບົດບາດ ແລະ ການປະກອບສ່ວນຂອງບັນດານັກທຸລະກິດຍິງ ໃນການພັດທະນາເສດຖະກິດແຫ່ງຊາດ ກໍ່ຄືເສດຖະກິດທົ່ວໂລກ. ທ່ານນາງຮອງປະທານປະເທດ ກໍ່ຊີ້ແຈ້ງບັນດາຜົນງານສຳຄັນຂອງຫວຽດນາມ ໃນການຮັບປະກັນຄວາມສະເໝີພາບລະຫວ່າງຍິງ - ຊາຍ, ຍົກສູງຖານະຕຳແໜ່ງ ແລະ ເສີມຂະຫຍາຍຫົວຄິດປະດິດສ້າງຂອງແມ່ຍິງ.
ແລະກໍ່ໃນວັນດຽວກັນ, ທ່ານນາງຮອງປະທານປະເທດ ຫງວຽນທິຢວານ ໄດ້ມີການພົບປະກັບທ່ານປະທານພັກກອມມູນິດບຣາຊິນ Renato Rabelo ແລະ ເຈົ້າຄອງນະຄອນ Sao Paulo, Fernando Haddad. ທີ່ການພົບປະກັບທ່ານປະທານພັກກອມມູນິດ Renato Rabelo, ທ່ານນາງຮອງປະທານປະເທດ ຫງວຽນທິຢວານ ຢືນຢັນວ່າ, ພັກກອມມູນິດຫວຽດນາມ ປາດຖະໜາຢາກສືບຕໍ່ເພີ່ມທະວີການພົວພັນຮ່ວມມືກັບພັກກອມມູນິດບຣາຊິນ, ພ້ອມທັງ ປະກອບສ່ວນຢ່າງແທດຈິງເຂົ້າໃນການພັດທະນາ ແລະ ເຮັດໃຫ້ການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງຫວຽດນາມ ແລະ ບຣາຊິນ ເລິກເຊິ່ງກວ່າອີກ.