ຮອງປະທານປະເທດ ຫວຽດນາມ ຢ້ຽມຢາມ, ມອບຂອງຂວັນໃຫ້ບັນດາຄອບຄົວເຂດນ້ຳແກ່ງ ເມືື່ອງລາ

(VOVWORLD) - ຕອນເຊົ້າວັນທີ 05 ກັນຍາ, ໃນລາຍການຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ເຊີນລາ, ທ່ານນາງຮອງປະທານປະເທດ ຫວຽດນາມ ດັ້ງທິງອັກທິ້ງ ມີການເຮັດວຽກກັບເມືອງ ເມື່ອງລາ, 

ຮອງປະທານປະເທດ ຫວຽດນາມ ຢ້ຽມຢາມ, ມອບຂອງຂວັນໃຫ້ບັນດາຄອບຄົວເຂດນ້ຳແກ່ງ ເມືື່ອງລາ - ảnh 1 ທ່ານນາງ ດັ້ງທິງອັກທິ້ງ ເຂົ້າຮ່ວມພິທີໄຂສົກຮຽນ 2017 - 2018 ຢູ່ ເມື່ອງລາ

ຢ້ຽມຢາມ ແລະ ມອບຂອງຂວັນໃຫ້ບັນດາຄອບຄົວຖືກເສຍຫາຍໃນເຫດນ້ຳແກ່ງ ທີ່ເກີດຂຶ້ນໃນບໍລິເວນເມືອງ ກ່ອນນີ້ກ່ວາ 1 ເດືອນ. ທ່ານນາງຮອງປະທານປະເທດ ດັ້ງທິງອັກທິງ ຕີລາຄາສູງຄວາມມານະພະຍາຍາມໃນການແກ້ໄຂຄວາມເສຍຫາຍຂອງອຳນາດການປົກຄອງ, ພ້ອມກັບປະຊາຊົນເມືອງ ເມື່ອງລາ ໃນໄລຍະຜ່ານມາ. ທ່ານນາງຮອງປະທານປະເທດ ພ້ອມດ້ວຍຄະນະປະຕິບັດງານ ໄດ້ລົງຢ້ຽມຢາມຖາມຂ່າວ ແລະ ມອບຂອງຂວັນໃຫ້ບັນດາຄອບຄົວຖືກເສຍຫາຍໂດຍເຫດຝົນຕົກໜັກນ້ຳແກ່ງຜ່ານມາ.

ຕອບກັບ

ຂ່າວ/ບົດ​ອື່ນ