(vovworld) - ວັນທີ 22/5, ທ່ານນາງຮອງປະທານປະເທດຫວຽດນາມ Nguyen Thi Doan ໄດ້ພົບປະກັບເຈົ້າແຂວງແຂວງ Aichi, ທ່ານ Hideaki Ohmura, ຢູ່ນະຄອນ Nagoya, ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມ “ອະນາຄົດ ອາຊີ” ຄັ້ງທີ 18, ທີ່ດຳເນີນໃນລະຫວ່າງວັນທີ 24 -25/5. ທ່ານນາງຮອງປະທານປະເທດ Nguyen Thi Doan ເນັ້ນໜັກວ່າ: ປະຈຸບັນ, ການພົວພັນລະຫວ່າງ 2 ປະເທດຫວຽດນາມ ແລະ ຍີ່ປຸ່ນພວມພັດທະນາຢ່າງແຂງແຮງ, ໂດຍສະເພາະແມ່ນພາຍຫຼັງການນຳຂັ້ນສູງ 2 ປະເທດໄດ້ເຫັນດີເປັນເອກະສັນນຳກັນຍົກຂອບເຂດການພົວພັນຂຶ້ນສູ່ລະດັບຄູ່ຮ່ວມມືຍຸດທະສາດ ເພື່ອສັນຕິພາບ ແລະ ຄວາມວັດຖະນາຖາວອນຢູ່ອາຊີ ໃນປີ 2009. ສ່ວນທ່ານເຈົ້າແຂວງ Ohmura ໄດ້ໃຫ້ຄຳໝັ້ນສັນຍາພ້ອມແລ້ວທີ່ຈະຊຸກຍູ້ບັນດາການເຄື່ອນໄຫວຜ່າເຕັດສົບແວ່ງ ແລະ ປາກວີກໃຫ້ແກ່ເດັກພິການຢູ່ຫວຽດນາມ, ກໍຄືຮ່ວມມືໃນການກວດ ແລະ ປີ່ນປົວພະຍາດ ແລະ ລົງທຶນດ້ານພາຫະນະອຸປະກອນການແພດ.
ແລະກໍໃນວັນດຽວກັນ, ທ່ານນາງຮອງປະທານປະເທດ Nguyen Thi Doan ໄດ້ໄປຢ້ຽມຢາມສູນສາທາລະນະສຸກເຕັກນິກສູງ ຢູ່ນະຄອນ Nagoya, ບ່ອນທີ່ພວມນຳໃຊ້ບັນດາພາຫະນະອຸປະກອນການກວດ ແລະ ປີ່ນປົວພະຍາດທີ່ທັນສະໄໝຂອງ ຍີ່ປຸ່ນ. ກ່ອນໜ້ານັ້ນ, , ທ່ານນາງຮອງປະທານປະເທດ ໄດ້ໄປຢ້ຽມຢາມຫໍພິພິຕະພັນ Tokugawa Art ບ່ອນທີ່ວາງສະແດງກ່ວາ 10.000 ວັດຖຸພັນທີ່ມີສີສັນຂອງວັດທະນະທຳ ຍີ່ປຸ່ນສະໄໝບູຮານ.