ຮອງປະທານປະເທດ Nguyen Thi Doan ຕ້ອນຮັບຄະນະຜູ້ແທນຜູ້ມີຄຸນງາມຄວາມດີ ແຂວງ ນິນບິນ

ຮອງປະທານປະເທດ Nguyen Thi Doan ຕ້ອນຮັບຄະນະຜູ້ແທນຜູ້ມີຄຸນງາມຄວາມດີ ແຂວງ ນິນບິນ - ảnh 1
ທ່ານນາງຮອງປະທານປະເທດ Nguyen Thi Doan
(ພາບປະກອບ)

(vovworld) – ທີ່​ກາ​ນຕ້ອນຮັບ​ຄະນະ​ຜູ້​ແທນ​ຜູ້​ມີ​ຄຸນງາມຄວາມດີ​ຕໍ່​ການ​ປະຕິວັດ​ທີ່​ດີ​ເດັ່ນ​ແຂວງ ນິນ​ບິນ ​ມາ​ຢ້ຽມຢາມ​ນະຄອນຫຼວງ ຮ່າ​ໂນ້ຍ, ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 65 ປີ​​ແຫ່ງ​ວັນ​ທະຫານ​ເສຍ​ອົງຄະ ​ແລະ ນັກຮົບ​​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ (27/7), ຕອນ​ເຊົ້າວັນ​ທີ 20/7, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ Nguyen Thi Doan ​ໄດ້​ສະ​ແດງ​ຄວາມ​ຮູ້​ບຸນຄຸນ​ຢ່າງ​ເລິກ​ເຊິ່ງ ​ຕໍ່ບັນດາ​ແມ່​ຫວຽດນາມ ວິລະ​ຊົນ, ບັນດາ​ທະຫານ​ເສຍ​ອົງຄະ, ທະຫານ​ເຈັບ​ປວຍ, ຄອບຄົວ​ນັກຮົບ​ທີ່​ເສຍສະຫຼະ​ຊີວິດ​ເພ່ືອ​ຊາດ, ຜູ້​ມີ​ຄຸນງາມຄວາມດີ​ຕໍ່​ການ​ປະຕິວັດ​ແຂວງ ນິນ​ບິນ ​ທີ່​ມີ​ການ​ອຸທິດ​ສ່ວນ, ​ເສຍສະຫຼະ​ອັນ​ໃຫຍ່​ຫຼວງ ​ເພື່ອ​ພາລະກິດ​ປົດ​ປ່ອຍ​ຊາດ, ທ້ອນ​ໂຮ​ມປະ​ເທດ​ຊາດ​ເປັນ​ເອກະ​ພາບ. ທ່ານ​ນາງ​ຮອງ​ປະທານ​ປະ​ເທດ Nguyen Thi Doan ​ເນັ້ນ​ໜັກ​ວ່າ: ​ໃນ​ຊຸມ​ປີຜ່ານມາ, ພັກ, ລັດ ​ແລະ ​ແຕ່ລະ​ທ້ອງ​ຖິ່ນ ​ໄດ້​ມີ​ຄວາມ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​​ຕໍ່​ບັນດາ​ເປົ້າ​ໝາຍ​ນະ​ໂຍບາຍ, ປັບປຸງ​ກົດ​ໝາຍ​, ນະ​ໂຍບາຍ​ທີ່​ກ່ຽວ​ຂ້ອງເທື່ອ​ລະ​ກ້າວ ​ເພື່ອ​ແນ​ໃສ່​ທົດ​ແທນ​ຄວາມ​ສູນເສຍ, ຕອບ​ບຸນ​ແທນ​ຄຸນຕໍ່​ບັນດາ​ຜູ້​ທີ່​ໄດ້​ເສຍສະຫຼະ​ຊີວິດ ​ເພື່ອ​ເອກະລາດ, ​ອິດສະຫຼະພາບ​ຂອງ​ປະ​ເທດ​ຊາດ.

ຂ່າວ/ບົດ​ອື່ນ