(ພາບ:hanam.gov.vn)
( vovworld ) – ແຂວງຮ່ານາມ ຕ້ອງເອົາໃຈໃສ່ເຖິງການປະຕິບັດວຽກງານວາງແຜນກຳນົດ, ເພີ່ມເຕີມການວາງແຜນກຳນົດລະຫວ່າງເຂດ, ລະຫວ່າງແຂວງ, ປົວແປງສະພາບແວດລ້ອມແຫ່ງການລົງທຶນ. ນີ້ແມ່ນຄຳເຫັນຊີ້ນຳຂອງທ່ານນາງຮອງປະທານປະເທດ Nguyen Thi Doan ເມື່ອໄດ້ລົງຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຮ່ານາມໃນວັນທີ 10/4. ທີ່ການເຮັດວຽກ, ຜູ້ຕາງໜ້າການນຳຄະນະກຳມະການປະຊາຊົນແຂວງຮ່ານາມ ໄດ້ລາຍງານໂດຍຫຍໍ້ສະພາບການລົງທຶນໃຫ້ກະສິກຳ, ຊາວກະສິກອນ, ຊົນນະບົດໃນບໍລິເວນແຂວງໃນ 5 ປີຜ່ານມາ….ທ່ານນາງຮອງປະທານປະເທດ Nguyen Thi Doan ໄດ້ຕີລາຄາສູງການປະກາດໃຊ້ບັນດານະໂຍບາຍຢ່າງທັນການ, ຄົບຊຸດ ແລະ ສອດຄ່ອງກັບຕົວຈິງ. ທ່ານນາງຮອງປະທານປະເທດ Nguyen Thi Doan ກໍໃສ່ໃຈວ່າ ສຳລັບໂຄງການກໍ່ສ້າງຊົນນະບົດໃໝ່, ຄະນະກຳມະການປະຊາຊົນແຂວງຮ່ານາມ ຕ້ອງເພີ່ມເຕີມນະໂຍບາຍກຳຈັດສິ່ງແວດລ້ອມໃນໝູ່ບ້ານອາຊີບຢ່າງໄວວາ, ຄົ້ນຄ້ວາ ແລະ ນຳໃຊ້ວິທະຍາສາດເຕັກໂນໂລຊີໃນການຜະລິດກະສິກຳ, ລັກສະນະຄົບຊຸດໃນການລົງທຶນບັນດາໂຄງການຄົມມະນາຄົມ, ຊົນລະປະທານ, ການປະຕິບັດບັນດານະໂຍບາຍຮັບປະກັນຊີວິດສັງຄົມ.