(VOVWORLD) -ຍ້ອນຄວາມສາມັກຄີຂອງທົ່ວປະຊວງຊົນ, ໃນນັ້ນມີສັງຄະລາດ, ຄຸນພໍ່, ນັກບວດ ແລະ ຜູ້ເຊື່ອຖືສາສະໜາຄຼິດ ຫວຽດນາມ ໄດ້ຍູ້ໃຫ້ໂລກລະບາດຖອຍໄປ, ຟື້ນຟູເສດຖະກິດ ບັນລຸໄດ້ຜົນງານໜ້າປະເອີບໃຈ
ທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດ ເຈິ່ນແທັງເມີນ ອວຍພອນວັນບຸນຄຼິດສະມາດຢູ່ສຳນັກສັງຄະລາດເຂດຊາວຄຼິດ ດ່ານັ້ງ
(ພາບ: daibieunhandan.vn)
|
ເນື່ອງໃນໂອກາດວັນບຸນຄຼິດສະມາດ ປີ 2022, ຕອນເຊົ້າວັນທີ 19 ທັນວາ, ທ່ານຮອງປະທານຜູ້ຈຳການສະພາແຫ່ງຊາດ ຫວຽດນາມ ເຈິ່ນແມັງເມີນ ໄດ້ໄປຢ້ຽມຢາມ, ອວຍພອນວັນບຸນຄຼິດສະມາດຢູ່ສຳນັກສັງຄະລາດເຂດຊາວຄຼິດ ດ່ານັ້ງ ແລະ ສະມາຄົມເທສາສະໜາກາໂຕລິກ ຫວຽດນາມ.
ຢູ່ສຳນັກສັງຄະລາດເຂດຊາວຄຼິດ ດ່ານັ້ງ, ທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດ ເຈິ່ນແທັງເມີນ ໃຫ້ຮູ້ວ່າ, ປະເທດຊາດ ພວມຄ່ອຍໆຟື້ນຟູພາຍຫຼັງໄລຍະປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ທີ່ຫຍຸ້ງຍາກ, ສົ່ງຜົນກະທົບຢ່າງໃຫຍ່ຫຼວງດ້ານເສດຖະກິດ - ສັງຄົມ. ຍ້ອນຄວາມສາມັກຄີຂອງທົ່ວປະຊວງຊົນ, ໃນນັ້ນມີສັງຄະລາດ, ຄຸນພໍ່, ນັກບວດ ແລະ ຜູ້ເຊື່ອຖືສາສະໜາຄຼິດ ຫວຽດນາມ ໄດ້ຍູ້ໃຫ້ໂລກລະບາດຖອຍໄປ, ຟື້ນຟູເສດຖະກິດ ບັນລຸໄດ້ຜົນງານໜ້າປະເອີບໃຈ, ຄາດວ່າປີ 2022 ທົ່ວປະເທດບັນລຸການເຕີບໂຕ 8%.
ເມື່ອມາຢ້ຽມຢາມຄະນະປະຈຳສະມາຄົມເທສາສະໜາກາໂຕລິກ ຫວຽດນາມ, ທ່ານ ເຈິ່ນແທັງເມີນ ໄດ້ສົ່ງຄຳຢື້ຢາມຖາມຂ່າວ, ອວຍພອນວັນບຸນຄຼິດສະມາດ ຫຼວງພໍ່, ຫົວໜ້າ ຫວຽນກວາງດຶກ ແລະ ບັນດາຜູ້ມີຍົດສັກຕຳແໜ່ງທາງສາສະໜາ, ຜູ້ເຊື່ອຖືສາສະໜາສະມາຄົມກາໂຕລິກ.
ຫຼວງພໍ່, , ຫົວໜ້າ ຫວຽນກວາງດຶກ ໃຫ້ຮູ້ວ່າ, ທ່ານເອງພ້ອມກັບບັນດາ ຜູ້ມີຍົດສັກຕຳແໜ່ງທາງສາສະໜາ, ຜູ້ເຊື່ອຖືສາສະໜາຍາມໃດກໍ່ປະຕິບັດທິດນຳ “ເຄົາລົບພະເຢຊູ, ຮັກມະນຸດ”; ຈະມານະພະຍາຍາມຫຼາຍກວ່າໃນການສ້າງຊີວິດຢູ່ໃນສິນ, ກິນໃນທຳ.