ຮອງປະທານສະພາແຫ່ງຊາດຕ້ອນຮັບອະທິການບໍດີໂຮງຮຽນນະໂຍບາຍລັດແລະສະພາບແວດລ້ອມ
ທ່ານ ຟູ່ງກວົ໋ກຫຽນ ແລະ ທ່ານ John D.Graham
(ພາບ: quochoi.vn)
(vovworld) - ທີ່ການຕ້ອນຮັບໃນຕອນບ່າຍວັນທີ 13/2, ຢູ່ຫໍສະພາແຫ່ງຊາດ, ທ່ານ ຟູ່ງກວົ໋ກຫຽນ ຮອງປະທານສະພາແຫ່ງຊາດ ປາດຖະໜາວ່າ ທ່ານ John D.Graham ອະທິການບໍດີໂຮງຮຽນນະໂຍບາຍລັດ ແລະ ສິ່ງແວດລ້ອມ ອາເມລິກາ ຈະແບ່ງປັນບົດຮຽນກ່ຽວກັບບັນດາບັນຫາກ່ຽວຂ້ອງເຖິງນະໂຍບາຍລັດ ແລະ ກວກາບັນດາຮ່າງກົດໝາຍໃນຂົງເຂດການເງິນ, ງົບປະມານກັບກະຊວງການຕ່າງປະເທດ ແລະ ບັນດາອົງການສຳນັກງານຂອງສະພາແຫ່ງຊາດ ຫວຽດນາມ. ທ່ານ ຮອງປະທານສະພາແຫ່ງຊາດຖືວ່າ ບົດຮຽນໃນການຕີລາຄາຜົນກະທົດຈາກນະໂຍບາຍລັດ, ການຄຸ້ມຄອງນະໂຍບາຍລັດຢ່າງມີປະສິດທິຜົນຂອງອາເມລິກາເວົ້າລວມກໍ່ຄືບັນດາການຄົ້ນຄວ້າຂອງສາດສະດາຈານເອງ ແລະ ໂຮງຮຽນນະໂຍບາຍພາກລັດ ແລະ ສິ່ງແວດລ້ອມຈະແມ່ນບົດຮຽນອັນລ້ຳຄ່າສຳລັບ ຫວຽດນາມ.
ສ່ວນສາດສະດາຈານ D.Graham ຊີ້ແຈ້ງວ່າ ການຢ້ຽມຢາມຂອງທ່ານມາຫວຽດນາມ ໃນຄັ້ງນີ້ ແມ່ນເພື່ອແນໃສ່ແລກປ່ຽນ, ແບ່ງປັດບົດຮຽນກັບ ຫວຽດນາມ ໃນການກວດກາຄືນບັນດາຮ່າງກົດໝາຍ, ການເງິນ ແລະ ນະໂຍບາຍຂອງ ອາເມລິກາ ແລະ ບັນດາປະເທດຂຶ້ນກັດອົງການຮ່ວມມື ແລະ ພັດທະນາດ້ານເສດຖະກິດ (OECD). ສາດສະດາຈານ D.Graham ປາດຖະໜາວ່າ ບັນດາເນື້ອໃນດັ່ງກ່າວ ຈະປະກອບສ່ວນເຂົ້າໃນການປັບປຸງນະໂຍບາຍກ່ຽວກັບການເງິນ - ງົບປະມານຂອງ ຫວຽດນາມ.