(vovworld) - ໃນຂອບເຂດການຢ້ຽມຢາມຫວຽດນາມ ຢ່າງເປັນທາງການຂອງທ່ານປະທານາທິບໍດີອາເມລິກາ Barack Obama, ວັນທີ 23/05, ຢູ່ຮ່າໂນ້ຍ, ທ່ານຮອງປະທານສະພາແຫ່ງຊາດຟຸ່ງກ໋ວກຫຽນ ໄດ້ໃຫ້ການຕ້ອນຮັບຄະນະສະມາຊິກລັດຖະສະພາອາເມລິກາ ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ ລວມມີ: ທ່ານສະມາຊິກສະພາສູງອາເມລິກາ Tom Carper (ລັດ Delaware), ທ່ານສະມາຊິກສະພາຕ່ຳ Joaquin Castro ແລະ ທ່ານສະມາຊິກສະພາຕ່ຳ Beto O’Rourke (ລັດ Texas). ທ່ານຮອງປະທານສະພາແຫ່ງຊາດຟຸ່ງກ໋ວກຫຽນ ເນັ້ນໜັກວ່າ, ການຢ້ຽມຢາມຂອງຄະນະສະມາຊິກລັດຖະສະພາ ຈະປະກອບສ່ວນເພີ່ມທະວີການພົວພັນລະຫວ່າງສະພາແຫ່ງຊາດ ແລະ ປະຊາຊົນ 2 ປະເທດຫວຽດນາມ - ອາເມລິກາ. ທ່ານຮອງປະທານສະພາແຫ່ງຊາດຟຸ່ງກ໋ວກຫຽນ ໄດ້ຕີລາຄາສູງບັນດາຄວາມມານະພະຍາຍາມຂອງການນຳສະພາແຫ່ງຊາດອາເມລິກາ, ສະພາສູງ ແລະ ສະພາຕ່ຳອາເມລິກາ ກໍຄືບັນດາທ່ານສະມາຊິກລັດຖະສະພາເອງ ໃນການຊຸກຍູ້ການພົວພັນລະຫວ່າງ 2 ປະເທດໃນໄລຍະຜ່ານມາ.