ທ່ານ ອວງຈູລືວ ຮອງປະທານສະພາແຫ່ງຊາດ
ຕ້ອນຮັບທ່ານ Konovalov A.V
(ພາບ: TTXVN)
(vovworld) – ຕອນບ່າຍວັນທີ 20/11, ຢູ່ຫໍສະພາແຫ່ງຊາດ ຫວຽດນາມ, ທ່ານ ອວງຈູລືວ ຮອງປະທານສະພາແຫ່ງຊາດ ໄດ້ໃຫ້ການຕ້ອນຮັບທ່ານ Konovalov A.V, ລັດຖະມົນຕີວ່າການກະຊວງຍຸຕິທຳ ລັດເຊຍ ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. ທີ່ການຕ້ອນຮັບ, ທ່ານຮອງປະທານສະພາແຫ່ງຊາດ ອວງຈູລືວ ຢືນຢັນວ່າ: ຫວຽດນາມ ຖືເປັນສຳຄັນພິເສດການພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບ ສະຫະພັນ ລັດເຊຍ. ທ່ານຮອງປະທານສະພາແຫ່ງຊາດ ອວງຈູລືວ ສະເໜີ 2 ຝ່າຍຄວນສືບຕໍ່ເພີ່ມທະວີການແລກປ່ຽນບົດຮຽນໃນຂົງເຂດກົດໝາຍ ແລະ ຕຸລາການ, ສຶກສາບຳລຸງພະນັກງານ…
ສ່ວນທ່ານ Konovalov A.V, ລັດຖະມົນຕີວ່າການກະຊວງຍຸຕິທຳ ລັດເຊຍ ເນັ້ນໜັກວ່າ: ສະຫະພັນ ລັດເຊຍ ພ້ອມແລ້ວທີ່ຈະແບ່ງປັນບົດຮຽນກັບ ຫວຽດນາມ ໃນຂົງເຂດກົດໝາຍ ແລະ ຕຸລາການ, ປະຕິບັດປະຕິຮູບຕຸລາການ.