(ທ່ານ ອວງຈູລືວ ຮອງປະທານສະພາແຫ່ງຊາດ)
(vovworld) - ເນື່ອງໃນໂອກາດຄະນະຜູ້ແທນສະພາແຫ່ງຊາດ ຫວຽດນາມ ໂດຍທ່ານ ອວງຈູລືວ ຮອງປະທານສະພາແຫ່ງຊາດ ນຳໜ້າ ໄປປະເທດ ມົງໂກນ ເຂົ້າຮ່ວມກອງປະຊຸມຄູ່ຮ່ວມລັດຖະສະພາ ອາຊີ - ເອີລົບ ຄັ້ງທີ 9 (ASEP - 9) ໃນລະຫວ່າງວັນທີ 21 – 23/04/2016. ທ່ານ Z.Enkhbold ປະທານສະພາແຫ່ງຊາດ ມົງໂກນ ໄດ້ໃຫ້ການຕ້ອນຮັບຄະນະ. ທີ່ການຕ້ອນຮັບ, ທ່ານ Z.Enkhbold ປະທານສະພາແຫ່ງຊາດ ມົງໂກນ ໃຫ້ຮູ້ວ່າ: ມົງໂກນ ຖືເປັນສຳຄັນພັດທະນາການພົວພັນຮ່ວມມືກັບບັນດາປະເທດໃນພາກພື້ນ, ໃນນັ້ນມີ ຫວຽດນາມ. ມົງໂກນ ປາດຖະໜາຢາກພັດທະນາການພົວພັນກັບ ຫວຽດນາມ ໃນທຸກຂົງເຂດເສດຖະກິດ, ການຄ້າ, ວັດທະນະທຳ, ການສຶກສາ, ກະສິກຳ…ທ່ານ Z.Enkhbold ປາດຖະໜາວ່າ: ຫວຽດນາມ ສະໜັບສະໜູນ ມົງໂກນ ເຂົ້າຮ່ວມເວທີປາໄສການຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC), ຂັ້ນສູງອາຊີຕາເວັນອອກ ແລະ ພັດທະນາການພົວພັນກັບບັນດາປະເທດ ອາຊຽນ.
ສ່ວນທ່ານຮອງປະທານສະພາແຫ່ງຊາດ ອວງຈູລືວ ສະເໜີສະພາແຫ່ງຊາດມົງໂກນ ສ້າງເງື່ອນໄຂສະດວກໃຫ້ວິສາຫະກິດ 2 ປະເທດເພີ່ມທະວີການຮ່ວມມື, ກໍ່ຄືສ້າງເງື່ອນໄຂຊ່ວຍເຫຼືອຊາວ ຫວຽດນາມ ພວມທຳມາຫາກິນ ແລະ ດຳລົງຊີວິດຢູ່ ມົງໂກນ ເປັນປົກກະຕິ