ຮອງປະທານສະພາແຫ່ງຊາດຮີ່ງຫງອກເຊີນຕ້ອນຮັບຄະນະຜູ້ແທນຜູ້ທີ່ມີອິດທິພົນຊື່ສຽງຊາວເຜົ່າສ່ວນໜ້ອຍດັກລັກ
ທ່ານຮອງປະທານສະພາແຫ່ງຊາດຮີ່ງຫງອກເຊີນ
(ພາບປະກອບ)
(vovworld) - ຕອນເຊົ້າວັນທີ 19/06, ທີ່ການຕ້ອນຮັບຄະນະຜູ້ແທນ ຜູ້ທີ່ມີອິດທິພົນຊື່ສຽງໃນປະຊາຊົນເຜົ່າສ່ວນໜ້ອຍແຂວງດັກລັກ, ເນື່ອງໃນໂອກາດຄະນະຜູ້ແທນມາຢ້ຽມຢາມນະຄອນຫຼວງຮ່າໂນ້ຍ, ທ່ານຮອງປະທານສະພາແຫ່ງຊາດຮີ່ງຫງອກເຊີນ ຢືນຢັນວ່າ, ໃນການເຄື່ອນໄຫວຂອງຕົນ, ຍາມໃດສະພາແຫ່ງຊາດກໍ່ສະຫງວນຄວາມເອົາໃຈໃສ່ ແລະ ແບ່ງປັນຄວາມຫຍຸ້ງຍາກກັບປະຊາຊົນຊາວເຜົ່າສ່ວນໜ້ອຍ, ປະຊາຊົນເຂດພູດອຍ, ເຂດຫ່າງໄກຊອກຫຼິກທີ່ຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ. ທ່ານຮອງປະທານສະພາແຫ່ງຊາດຮີ່ງຫງອກເຊີນ ປາດຖະໜາວ່າ, ຜູ້ມີອິດທິພົນຊື່ສຽງດີເດັ່ນໃນປະຊາຊົນຊາວເຜົ່າສ່ວນໜ້ອຍແຂວງດັກລັກ, ດ້ວຍອິດທິພົນຊື່ສຽງຂອງຕົນ ຈະຕັ້ງໜ້າສືບຕໍ່ນຳແຜນນະໂຍບາຍ, ນະໂຍບາຍຂອງພັກ, ກົດໝາຍຂອງລັດ ເຂົ້າໃນຊີວິດຕົວຈິງ; ເປັນແບບຢ່າງໃນການອອກແຮງງານ, ທຳການຜະລິດ, ຂະບວນການປົກປັກຮັກສາຄວາມເປັນລະບຽບຮຽບນ້ອຍ… ສືບຕໍ່ປະກອບສ່ວນພ້ອມກັບຄະນະພັກແຂວງ, ອຳນາດການປົກຄອງທ້ອງຖິ່ນສ້າງສາບ້ານເກີດເມືອງນອນ ດັກລັກ ໃຫ້ນັບມື້ນັບຮັ່ງມີ ແລະ ສວຍງາມກວ່າ.