ພາບປະກອບ:internet
|
(vovworld) - ການເຄື່ອນໄຫວຫລາຍຢ່າງເພື່ອສະເຫລີມສະຫລອງ 72 ປີແຫ່ງວັນສ້າງຄັ້ງກອງເຍົາວະຊົນໂຮ່ຈິມິນ ນຳຫນ້າ (15/5/1941-15/5/2013) ໄດ້ດຳເນີນໄປໃນທົ່ວປະເທດ. ຕອນເຊົ້າວັນທີ 15/5, ຢູ່ ຮ່າໂນ້ຍ, ທ່ານນາງ ຫງວຽນທິກິມເງິນ, ກຳມະການກົມການເມືອງ, ຮອງປະທານສະພາແຫ່ງຊາດ ໄດ້ມີການພົບປະສັງສັນກັບນັກຮົບ “ເຮັດວຽກດີພັນຢ່າງ” 72 ຄົນ. ທ່ານນາງຮອງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ເນັ້ນໜັກວ່າ: 50 ປີຜ່ານມາ, ຂະບວນການເຮັດວຽກດີພັນຢ່າງໄດ້ຮັບການເຂົ້າຮ່ວມຢ່າງຕັ້ງໜ້າຈາກ ເຍົາວະຊົນໃນທົ່ວປະເທດ, ສ້າງເປັນເຄື່ອງໝາຍໃຫ້ແກ່ເຍົາວະຊົນ ຫວຽດນາມ. ທ່ານນາງຮອງປະທານສະພາແຫ່ງຊາດ ໄດ້ຍ້ອງຍໍຊົມເຊີຍບັນດາຜົນງານພົ້ນເດັ່ນທີ່ ບັນດານັກຮົບພິລະອາດຫານອາຍຸນ້ອຍບັນລຸໄດ້ໃນໄລຍະຜ່ານມາ ແລະ ຕັກເຕືອນໃຫ້ບັນດານັກຮົບເຍົາວະຊົນດຸໝັ່ນ, ຮູ້ຄວາມ, ພະຍາຍາມຮຳ່ຮຽນເພື່ອກາຍເປັນພົນລະເມືອງຜູ້ທີ່ດີ ມີຜົນປະໂຫຍດໃຫ້ແກ່ຄອບຄົວ ແລະ ສັງຄົມ, ປະກອບສ່ວນສ້າງສາປະເທດຊາດ.
ທ່ານນາງຮອງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ກໍສະເໜີໃຫ້ຄະນະຊາວໜູ່ມກອມມູນິດ ໂຮ່ຈີມິນ, ກະຊວງສຶກສາ ແລະ ບຳລຸງສ້າງ ປະຕິບັດຖືກກັບແຜນນະໂຍບາຍ, ນະໂຍບາຍຂອງພັກ, ລັດໃນການເບິ່ງແຍງດູແລ ແລະ ປົກປ້ອງເດັກ. ສືບຕໍ່ທະວີຄຸນແບບຢ່າງນັກຮົບພິລະອາດຫານເຮັດວຽກງານດີພັນຢ່າງໃນ ໝູ່ນັກຮຽນທົ່ວປະເທດ.
ເນື່ອງໃນໂອກາດນີ້, ກະຊວງສຶກສາ ແລະ ບຳລຸງສ້າງ ໄດ້ມອບທຶນການສຶກສາໃຫ້ນັກຮົບພິລະອາດຫານເຮັດວຽກງານດີພັນຢ່າງ 72 ຄົນ.
ສະພາກອງເຍົາວະຊົນໂຮ່ຈິມິນ ນຳຫນ້າ ຂັ້ນສູງກາງ ໄດ້ຈັດຕັ້ງການເຄື່ອນໄຫວສຶກສາມູນເຊື້ອ. ອ້າຍ ຫງວຽນຟູເຈື່ອງ, ຮອງປະທານສະພາດັ່ງກ່າວໃຫ້ຮູ້ວ່າ:
“ພວກຂ້າພະເຈົ້າເອົາໃຈໃສ່ເຖິງການສຶກສາໃຫ້ພວກນ້ອງກ່ຽວກັບມູນເຊື້ອ, ຄຸນຄ່າອັນດີງາມຂອງເຍົາວະຊົນຫວຽດນາມ, ແນະນຳໃຫ້ພວກນ້ອງວຽກງານລະອຽດເພື່ອເສີມຂະຫຍາຍບັນດາຄຸນນະທາດອັນດີງາມຂອງເຍົາວະຊົນໃນໄລຍະໃຫມ່. ພິເສດ ພວກຂ້າພະເຈົ້າສຸມໃສ່ແນະນຳໃຫ້ພວກນ້ອງແຂ່ງຂັນປະຕິບັດຂະບວນການວຽກດີພັນຢ່າງ, ໃນນັ້ນ ມີຂົງເຂດຮຳ່ຮຽນ, ປົກປັກຮັກສາສິ່ງແວດລ້ອມ, ຊ່ວຍເຫລືອໝູ່ເພື່ອທີ່ປະສົບກັບຄວາມຫຍຸ້ງຍາກ, ຄອບຄົວໃນເປົ້າໝາຍນະໂຍບາຍ… ຜ່ານນັ້ນເພື່ອໃຫ້ພວກນ້ອງປະກອບກຳລັງເຫ່ືອແຮງ, ເສີມຂະຫຍາຍນ້ຳໃຈອາຍຸຫນ້ອຍເຮັດວຽກນ້ອຍ, ເອົາວຽກດີຂອງຕົນສ້າງຜົນງານຂຳ່ນັບຊົມເຊີຍວັນສ້າງຕັ້ງກອງເຍົາວະຊົນໂຮ່ຈິມິນນຳຫນ້າ.”