ຮອງປະທານສະພາແຫ່ງຊາດ ຮີນຫງອກເຊີນ ຕ້ອນຮັບປະທານກຸ່ມ ສສຊ ມິດຕະພາບຝລັ່ງ - ຫວຽດນາມ
ທ່ານຮອງປະທານສະພາແຫ່ງຊາດ ຮີນຫງອກເຊີນ
ຕ້ອນຮັບປະທານກຸ່ມ ສສຊ ມິດຕະພາບຝລັ່ງ - ຫວຽດນາມ
(ພາບ: daibieunhandan.vn)
(vovworld) – ທີ່ການຕ້ອນຮັບທ່ານປະທານກຸ່ມ ສສຊ ມິດຕະພາບຝລັ່ງ - ຫວຽດນາມ Pascal Deguilhem ໃນຕອນບ່າຍວັນທີ 02/06, ທ່ານຮອງປະທານສະພາແຫ່ງຊາດ ຮີນຫງອກເຊີນ ຢືນຢັນວ່າ ຝລັ່ງ ແມ່ນຄູ່ຮ່ວມມືສຳຄັນຂອງຫວຽດນາມ ຢູ່ເອີລົບ, ການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງຫວຽດນາມ - ຝລັ່ງ ພວມພັດທະນາຢ່າງເລິກເຊິ່ງ, ກວ້າງແຂວາງ, ແທດຈິງ ແລະ ຮ່ວມມືຮອບດ້ານໃນທຸກຂົງເຂດຄື ເສດຖະກິດ, ວິທະຍາສາດ - ເຕັກນິກ, ການສຶກສາບຳລຸງສ້າງ, ວັດທະນະທຳ, ທັງຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ. ເລື່ອງ 2 ປະເທດຫັນເປັນຕົວຈິງ ແລະ ສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ ໄດ້ສະແດງໃຫ້ເຫັນຄວາມສະໜິດຕິດພັນ ແລະ ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ສ້າງພື້ນຖານນຳການພົວພັນລະຫວ່າງ 2 ປະເທດ ເຂົ້າສູ່ລວງເລິກ, ແທດຈິງ, ແທດເໝາະກັບຄວາມຕ້ອງການ ແລະ ຜົນປະໂຫຍດຂອງທັງ 2 ຝ່າຍ. ເມື່ອເຕື້ອງເຖິງເລື່ອງຈີນ ຕັ້ງຮ້ານເຈາະນ້ຳມັນ ໄຮຢາງ 981 ຢ່າງຜິດກົດໝາຍໃນເຂດເສດຖະກິດຈຳເພາະ ແລະ ໄຫຼ່ທະວີບຂອງຫວຽດນາມ ຢູ່ທະເລຕາເວັນອອກ, ທ່ານປະທານກຸ່ມ ສສຊ ມິດຕະພາບຝລັ່ງ - ຫວຽດນາມ Pascal Deguilhem ໃຫ້ຮູ້ວ່າ: ຝລັ່ງ ຕີລາຄາສູງຄວາມມານະພະຍາຍາມຂອງຫວຽດນາມ ໃນການແກ້ໄຂຄວາມເຄັ່ງຕຶງບົນທະເລຕາເວັນອອກໂດຍສັນຕິວິທີ ແລະ ປະຕິບັດມາດຕະການເພີ່ມທະວີການເຈລະຈາ. ທ່ານປະທານ Pascal Deguilhem ຢືນຢັນວ່າ ຈະສືບຕໍ່ປະກອບສ່ວນຊຸກຍູ້ການພົວພັນລະຫວ່າງສະພາແຫ່ງຊາດ 2 ປະເທດ ກໍ່ຄືການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງຝລັ່ງ - ຫວຽດນາມ.