ຮອງປະທານສະພາ ແຫ່ງຊາດ ຫງວຽນທິກິມເງິນ ຕ້ອນຮັບສະມາຊິກສະພາສູງຍີ່ປຸ່ນ
ສ
າດສະດາຈານ Keizo Takemi ແລະ ທ່ານນາງຮອງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ
(ພາບ: Doãn Tấn/TTXVN)
(vovworld) – ກ່າວຄຳເຫັນທີ່ການຕ້ອນຮັບໃນວັນທີ 4/3, ທີ່ສຳນັກງານສະພາແຫ່ງຊາດ, ທ່ານນາງຮອງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ເນັ້ນໜັກວ່າ: ຫວຽດນາມ ປາດຖະໜາຢາກເພີ່ມທະວີການຮ່ວມມືໃນການສ້າງກົນໄກເສດຖະກິດການຕະຫຼາດໃຫ້ສົມບູນແບບ, ພັດທະນາແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ໂຄງປະກອບໂຄງລ່າງຄົບຊຸດກ່ວາອີກ... ຕີລາຄາບັນດາການປະກອບສ່ວນຂອງທ່ານ ສາດສະດາຈານ Keizo Takemi ໃຫ້ແກ່ການພົວພັນຮ່ວມມືລະຫວ່າງ 2 ປະເທດ, ທ່ານນາງຮອງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ສະເໜີວ່າ: ໃນຖານະຕຳແໜ່ງຂອງຕົນ, ທ່ານ ສາດສະດາຈານ Keizo Takemi ສືບຕໍ່ສະໜັບສະໜູນ ຫວຽດນາມ ສຳລັບບັນດາໂຄງການ ODA ເວົ້າລວມ ແລະ ໃຫ້ແກ່ຂະແໜງສາທາລະນະສຸກເວົ້າສະເພາະ, ຮຽກຮ້ອງໃຫ້ບັນດາກຸ່ມບໍລິສັດ, ບໍລິສັດໃຫຍ່ຂອງ ຍີ່ປຸ່ນ ສືບຕໍ່ລົງທຶນກໍ່ສ້າງບັນດາໂຮງງານຜະລິດພາຫະນະອຸປະກອນການແພດ, ການຢາຢູ່ ຫວຽດນາມ.
ສ່ວນທ່ານສາດສະດາຈານ Keizo Takemi ຢືນຢັນວ່າ: ຈະສືບຕໍ່ມີການປະກອບສ່ວນໃຫ້ແກ່ການປັບປຸງ ແລະ ເພີ່ມທະວີການພົວພັນມິດຕະພາບ, ການຮ່ວມມືລະຫວ່າງ 2 ປະເທດເວົ້າລວມ, ກໍ່ຄືການພົວພັນລະຫວ່າງສະພາແຫ່ງຊາດ ຫວຽດນາມ ແລະ ຍີ່ປຸ່ນເວົ້າສະເພາະ.