ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫງວຽນຈິ໋ວິ້ງເຂົ້າຮ່ວມການເຈລະຈາ Shangri La

ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫງວຽນຈິ໋ວິ້ງເຂົ້າຮ່ວມການເຈລະຈາ Shangri La - ảnh 1
ການ​ເຈ​ລະ​ຈາ Shangri La ຖືກ​ໄຂ​ຂຶ້​ນ​ໃນ​ວັນ​ທີ 03/06
(ພາບ​ປະ​ກອບ: tuoitre)

(vovworld) - ​ ​ ການ​ເຈ​ລະ​ຈາ Shangri La ຖືກ​ໄຂ​ຂຶ້​ນ​ໃນ​ວັນ​ທີ 03/06, ຢູ່​ສິງ​ກະ​ໂປ, ດ້ວຍ​ການ​ເຂົ້​າ​ຮ່ວມ​ຂອງ​ບັນ​ດາ​ເຂົ້າ​ໜ້າ​ທີ່ ແລະ ນັກ​ຊ່ຽວ​ຊານ​ດ້ານ​ປ​້ອງ​ກັນ​ຊາດ, ປ້ອງ​ກັນ​​ຄວາມ​ສະ​ຫງົບຂອງກວ່າ 30 ປະ​ເທດ. ຄະ​ນະ​ຜູ​້​ແທນ​ຫວຽດ​ນາມ ໂດຍ​ທ່ານ​ຮອງ​ລັດ​ຖະ​ມົນ​ຕີກະ​ຊວງ​ປ້ອງ​ກັນ​ປະ​ເທດ ​ຫງວຽນ​ຈິ໋​ວິ້ງ ນຳ​ໜ້າ​ເຂົ້າ​ຮ່ວມ Shangri La ຄັ້ງ​ນີ້, ຈະ​ມີ​ການ​ພົບ​ປະ 2 ຝ່າຍ ແລະ ຫຼາຍ​ຝ່າຍ ກໍ​ຄື​​ບົດ​ປະ​ກອບ​ຄວາມ​ເຫັນ​ທີ່ບັນ​ດາ​ວາ​ລະ​ປະ​ຊຸມ​ຄົບ​ຄະ​ນະ​ກ່ຽວ​ກັບ​ບັນ​ດາ​ຫົວ​ຂໍ້​ຮ້ອນ​ເຮັ່ງ​ຂອງ​ຄວາມ​ໝັ້​​ນຄົງ​ໃນ​ພາກ​ພື້ນ, ໃນ​ນັ້ນ​ມີ​ບັນ​ຫາ​ຂັດ​ແຍ້ງ​ກັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ.

        ​ການ​ເຈ​ລະ​ຈາ Shangri La ປີນີ້ ໄດ້​ຍົກ​ອອກ​ບັນ​ດາ​ຫົວ​ຂໍ້​ສຳ​ພັດໂດຍ​ກົງ ເພື່ອ​ແນ​ໃສ່​ແກ້​ໄຂ​​ສະ​ພາ​ບ​ເພີ່ມຄວາມ​ເຄັ່ງ​ຕຶງ​ໃນ​ພາກ​ພື້ນ​ຄື “ປະ​ເຊີນ​ໜ້າ​ກັບ​ບັນ​ດາ​ສິ່ງ​ທ້າ​ທາຍ​ດ​້ານ​ປ​້ອງ​ກັນ​ຄວາມ​ສະ​ຫງົບ​ທີ່​ສັບ​ສົນຢູ​່​ອາ​ຊີ”, “ຄວບ​ຄຸມ​ການ​ແກ່ງ​ແຍ້ງ​ດ້ານ​ການ​ທະ​ຫານ​ຢູ່​ອາ​ຊ​ີ”, “ສ້າງ​ນະ​ໂຍບ​າຍ​ປ້ອງ​ກັ​ນ​ຄວາມສະ​ຫງົບໃນ​ໄລ​ຍະຕ່າງໆ ແລະ ​ເວ​ລ​າບໍ່​ໄດ້​​ກຳ​ນົດ”… ຄະ​ນະ​ຜູ້​ແທນ​ຫວຽດ​ນາມ ເຂົ້າ​ຮ່ວມ​ການ​ເຈ​ລະ​ຈາ Shangri La ຄັ້ງ​ນີ້, ທ່ານ​ຫົວ​ໜ້າ​ສະ​ຖາ​ບັນ​ພົວ​ພັນ​ສາ​ກົນ​ກະ​ຊວງ​ປ້ອງ​ກັນ​ປ​ະ​ເທດ​ຫວຽດ​ນາມ ວູ​ຕຽນ​ຈ້ອງ ໃຫ້​ຮູ້​ວ່າ, ຫົວ​ໜ້າ​ຄະ​ນະ​ຜູ້​ແທນ​ຫວຽດ​ນາມ ຈະ​ເຂົ້​າ​ຮ່ວມ​ວາ​ລະ​ປະ​ຊຸມ​ຄົບ​ຄະ​ນະ​ຄັ້ງ​ທີ 4 ກ່ຽວ​ກັບ​ຫົວ​ຂໍ້ “ບັນ​ດາ​ສິ່ງ​ທ້າ​ທາຍ​ໃນ​ກ​ານ​ແກ້​ໄຂ​ການ​ປະ​ທະ​ກັນ​ຢູ່​ພ​າກ​ພື້ນ.”

        “ແນ່ນອນ​ວ່າ ຫວຽດ​ນາມ ຈະ​ຕີ​ລາ​ຄາ​ຢ່າງຖືກ​ຕ້ອງ​ສະ​ພາບ​ການ, ບັນ​ດາ​ໄພ​ນາບ​ຂູ່​ເຖິງ​ຄວາມ​ໝັ້ນ​ຄົງ, ສະ​ຖຽນ​ລະ​ພາບ​ຢູ່​ພາກ​ພຶ້ນ ແລະ ຈະ​ຍົກ​ອອກ​ບັນ​ດ​າ​ມາດ​ຕະ​ການ​ແກ້​ໄຂ​ຢ່າງ​ເໝາ​ະ​ສົມ​ກັບ​ກົດ​ໝາຍ​ສາ​ກົນ ກໍ​ຄື​ທັດ​ນະ​ນະ ແລະ ວິ​ທິ​​ການເພື່ອ​ໃຫ້​ບັນ​ດາ​ຝ່າຍ​ພ້ອມ​ກັ​ນ​ຮ່ວມ​ມື ແລະ ຕໍ່​ສູ້​ແກ້​ໄຂ​ການ​ປະ​ທະ​ກັນ​ໂດຍ​ສັນ​ຕິ​ວິ​ທີ ເພື່ອ​ນຳ​ມາ​ເຊິ່ງ​ຜົນ​ປະ​ໂຫຍດ​ຢ່າງ​ກົມ​ກຽວ​ລະ​ຫວ່າງ​ບັນ​ດາ​ຝ່າຍ​ທີ່​ກ່ຽວ​ຂ້ອງ ກໍ​ຄື​ຮັບ​ປະ​ກັນ​​ສັນ​ຕິ​ພາບ, ສະ​ຖ​ຽນ​ລະ​ພາບຢ​ູ່​ທະ​ເລ​ຕາ​ເວັນ​ອອກ”.

ຂ່າວ/ບົດ​ອື່ນ