ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ລາວ ຕ້ອນຮັບການເຂົ້າຢ້ຽມອໍາລາຂອງ ກົງສຸນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈໍາ ແຂວງສະຫວັນນະເຂດ

(VOVWORLD) - ໃນວັນທີ 08 ພຶດສະພາ 2019 ທີ່ ກະຊວງການຕ່າງປະເທດລາວ, ທ່ານນາງ ຄໍາເພົາ ເອີນທະວັນ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມອໍາລາຂອງ ທ່ານ ເຈີ່ນ ກົງ ຖິ້ງ ໃນໂອກາດ ທີ່ໄດ້ສໍາເລັດ ການປະຕິບັດ ໜ້າທີ່ ເປັນກົງສຸນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈໍາ 3 ແຂວງພາກກາງ ຂອງ ລາວ ຄື ແຂວງ ບໍລິຄໍາໄຊ, ແຂວງ ຄໍາມ່ວນ ແລະ ແຂວງສະຫວັນນະເຂດ, ຊຶ່ງມີສໍານັກງານຕັ້ງຢູ່ ແຂວງ ສະຫວັນນະເຂດ.
ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ລາວ ຕ້ອນຮັບການເຂົ້າຢ້ຽມອໍາລາຂອງ ກົງສຸນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈໍາ ແຂວງສະຫວັນນະເຂດ - ảnh 1ທ່ານນາງ ຄໍາເພົາ ເອີນທະວັນ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ລາວ ແລະ ທ່ານ ເຈີ່ນກົງຖິ້ງ ໃນໂອກາດ ທີ່ໄດ້ສໍາເລັດ ການປະຕິບັດ ໜ້າທີ່ ເປັນກົງສຸນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈໍາ 3 ແຂວງພາກກາງ  

ໃນໂອກາດນີ້, ທ່ານຮອງລັດຖະມົນຕີ ຄໍາເພົາ ເອີນທະວັນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ ທ່ານ ເຈີ່ນ ກົງ ຖິ້ງ ທີ່ໄດ້ສໍາເລັດ ການປະຕິບັດ ໜ້າທີ່ ດ້ວຍໝາກຜົນ ອັນຈົບງາມ ຕະຫລອດໄລຍະເວລາ 3 ປີກວ່າ ແລະ ໄດ້ຊົມເຊີຍ ຕໍ່ຜົນງານການປະກອບສ່ວນ ຢ່າງຕັ້ງໜ້າຂອງ ທ່ານເຈີ່ນກົງຖິ້ງ ທີ່ໄດ້ເປັນຂົວ ຕໍ່ໃຫ້ແກ່ການພົວພັນຮ່ວມມືໃນຫລາຍດ້ານ, ປະກອບສ່ວນສໍາຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານເພື່ອການພັດທະນາ ລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ ເວົ້າລວມ, ເວົ້າສະເພາະ ລະຫວ່າງ ບັນດາແຂວງພາກກາງ ຂອງ ລາວ ກັບແຂວງຕ່າງໆ ຂອງ ຫວຽດນາມ, ໃນດ້ານຕ່າງໆ ເຊັ່ນ: ການກໍ່ສ້າງຊັບພະຍາກອນມະນຸດ, ການຈັດຕັ້ງປະຕິບັດ ບັນດາເນື້ອໃນບົດບັນທຶກຄວາມເຂົ້າໃຈ ຂອງຂະແໜງການຕ່າງໆ, ເຄື່ອນໄຫວ ແລະ ໂຄສະນາ ດຶງດູດການລົງທຶນ ຂອງຫວຽດນາມ ມາສູ່ 3 ແຂວງພາກກາງຂອງລາວ ແລະ ອື່ນໆ. ພ້ອມນັ້ນ, ທ່ານຮອງລັດຖະມົນຕີ ກໍໄດ້ສະແດງຄວາມເຊື້ອໝັ້ນວ່າ ທ່ານ ເຈີ່ນ ກົງ ຖິ້ງ ຈະສືບຕໍ່ໃຫ້ການຮ່ວມມືໃນການສົ່ງເສີມສາຍພົວພັນອັນດີ ລະຫວ່າງສອງປະເທດ ລາວ-ຫວຽດນາມ ໃຫ້ຈະເລີນງອກງາມຍິ່ງໆຂຶ້ນ. ພ້ອມກັນນີ້, ທ່ານຮອງລັດຖະມົນຕີ ກໍໄດ້ອວຍພອນໃຫ້ ທ່ານ ເຈີ່ນ ກົງ ຖິ້ງ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດໃນໜ້າທີ່ອັນໃໝ່ຍິ່ງໃຫຍ່ກວ່າເກົ່າ.

ໃນໂອກາດດຽວກັນ, ທ່ານກົງສຸນໃຫຍ່ ເຈີ່ນກົງຖິ້ງ ກໍໄດ້ສະແດງ ຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນໃນຄັ້ງນີ້, ແລະ ໄດ້ສະແດງຄວາມຂອບໃຈຕໍ່ ພັກ-ລັດຖະບານ ແຫ່ງ ສປປ ລາວ ທີ່ໄດ້ອໍານວຍຄວາມສະດວກ ແລະ ໃຫ້ການຮ່ວມມືທີ່ດີ ຕະຫລອດ ໄລຍະ ທີ່ປະຕິບັດໜ້າທີ່ ທີ່ຖືກມອບໝາຍ ຈົນສາມາດປະສົບຜົນສໍາເລັດຢ່າງຈົບງາມ.

ຕາມ ຂປລ.

ຕອບກັບ

ຂ່າວ/ບົດ​ອື່ນ