ຮອງຫົວໜ້າເສນາທິການໃຫຍ່ກອງທັບປະຊາຊົນຫວຽດນາມຕ້ອນຮັບຄະນະພະນັກງານວິທະຍາຄານສົງຄາມທະຫານບົກອິນເດຍ

ຮອງຫົວໜ້າເສນາທິການໃຫຍ່ກອງທັບປະຊາຊົນຫວຽດນາມຕ້ອນຮັບຄະນະພະນັກງານວິທະຍາຄານສົງຄາມທະຫານບົກອິນເດຍ - ảnh 1
ຄະ​ນະ​ໄດ້​ຢ້ຽມ​ຢາມ​ວິ​ທະ​ຍາ​ຄ​ານ​ປ້ອງ​ກັນ​ຊາຍ​ແດນ
(ພາບ: .bienphong.com.vn)

(vovworld) – ​ ​ຕອນ​ບ່າຍ​ວັນ​ທີ 10/11, ຢູ່​ຮ່າ​ໂນ້ຍ, ພົນ​ຕີ ຫວໍ​ວັນ​ຕ໋ວນ, ຮອງ​ຫົວ​ໜ້າ​ເສ​ນາ​ທິ​ການ​ໃຫຍ່ ກອງ​ທັບ​ປະ​ຊາ​ຊົນ ຫວຽດ​ນາມ ໄດ້​ໃຫ້​ການ​ຕ້ອນ​ຮັບ​ພົນ​ເຮືອ​ເອກ Sravan Kumar, ນຳ​ໜ້າ​ຄະ​ນະ​ພະ​ນັກ​ງານ​ວິ​ທະ​ຍາ​ຄານ ສົງ​ຄ​າມ​ທະ​ຫານ​ບົກ ອິນ​ເດຍ ພວມ​ມີ​ການ​ຢ້ຽມ​ຢາມ ແລ​ະ ເຮັດ​ວຽກ​ຢູ່ ຫວຽດ​ນາມ.

        ພົນ​ຕີ ຫວໍ​ວັນ​ຕ໋ວນ ຢືນ​ຢັນ​ວ່າ: ໄລ​ຍະ​ຜ່ານ​ມາ, ການ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ ແລະ ອິນ​ເດຍ ມີ​ບາ​ດ​ກ້າວ​ພັດ​ທະ​ນາ​ຮອບ​ດ້ານ, ມີ​ປະ​ສິດ​ທິ​ຜົນ, ໃນ​ນັ້ນ​​ມີການ​ຮ່ວມ​ມື​ໃນ​ຂົງ​ເຂດ​ປ້ອງ​ກັນ​ຊາດ. ກອງ​ທັບ 2 ປະ​ເທດ​ໄດ້​ດຳ​ເນີນ​ການ​ແລກ​ປ່ຽນ​ຄະ​ນະ​ພະ​ນັກ​ງານ​ທຸກ​ຂັ້ນ​ເພື່ອ​ຮ່ຳ​ຮຽນ​ເອົາ​ບົດ​ຮຽນ​ຊຶ່ງ​ກັນ ແລະ ກັນ. ແຕ່​ປີ 2013, 2 ຝ່າຍ​ເລີ່​ມ​ຜັນ​ຂະ​ຫຍາຍ​ລາຍ​ການ​ພົບ​ປະ​ແລ​ກ​ປ່ຽນ​ນາຍ​ທະ​ຫານ​ໜຸ່ມ​ປະ​ຈຳ​ປີ. ປີ 2014, ​ເປັນຄັ້​ງ​ທຳ​ອິດ 2 ຝ່າຍ​ໄດ​້​ຈັດ​ກອງ​ປະ​ຊຸມ​ສຳ​ມະ​ນາ​ຮ່​ວມ​ມື​ດ້ານອຸດ​ສາ​ຫ​ະ​ກຳ​ປ​້ອງ​ກັນ​​ຊາດ. ການ​ຮ່ວມ​ມື​ບຳ​ລຸງ​ສ້າງ​ພະ​ນັກ​ງານ​ໃນ​ບັນ​ດາ​ຂົງ​ເຂດ​​ຄື: ກອງ​ທັບ​​ເຮືອ, ກອງ​ທັບອາ​ກາດ, ພາ​ສາ​ອັງ​ກິດ, ເຕັກ​ໂນ​ໂລ​ຢີ​ຂໍ້​ມູນ​ຂ່າວ​ສານ​ລະ​ຫວ່າງກອ​ງ​ທັບ 2 ປະ​ເທດ​ໄດ້​ຮັບ​ການ​ເປີດ​ກ້​ວາງ ແລະ ບັນ​ລຸ​ປະ​ສິດ​ທິ​ຜົນ​​ທີ່ແທດ​ຈິງ.

        ພົນ​ເຮືອ​ເອກ Sravan Kumar​ ຖື​ວ່າ ຄະ​ນະ​ພະ​ນັກ​ງານວິ​ທະ​ຍາ​ຄານ​ສົງ​ຄາມ​ທະ​ຫານ​ບົກ ອິນ​ເດຍ ມາ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຕົວ​ຈິງ​ຢູ່ ຫວຽດ​ນາມ ຄັ້ງ​ນີ້​ແມ່ນ​ໂອ​ກາດ​ທີ່​ດີ​ເພື່ອ​ເພີ່​ມ​ທະ​ວີ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​​ຊຶ່ງ​ກັນ ແລະ ກັນ. ການ​ຢ້ຽມ​ຢາມ, ເຮັດ​ວຽກ​ໄດ້​ຊ່ວຍ​ໃຫ້​ບັນ​ດາ​ສ​ະ​ມາ​ຊິກ​ໃນ​ຄະ​ນະ​ເຂົ້າ​ໃຈ​ເລິກ​ເຊິ່ງ​ກ່​ວາ​ກ່ຽວ​ກັບ​ປະ​ເທ​ດ​ຊາດ, ຊາວ ຫວຽດ​ນາມ, ກໍ່​ຄື​ນະ​ໂຍ​ບາຍ​ປ້ອງ​ກັນ​​ຊາດ ແລະ ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ຂອງ​ລັດ ຫວຽດ​ນາມ.

 


ຂ່າວ/ບົດ​ອື່ນ