ຮອດທ້າຍປີ 2013 ຈະມີປະມານ 22 ວິສາຫະກິດໄດ້ຮັບບຸລິມະສິດກ່ຽວກັບພາສີ

ຮອດທ້າຍປີ 2013 ຈະມີປະມານ 22 ວິສາຫະກິດໄດ້ຮັບບຸລິມະສິດກ່ຽວກັບພາສີ - ảnh 1
ພາບປະກອບ:internet


(vovworld)- ຕາມ​ກົມ​ໃຫຍ່​ພາສີ​ຫວຽດນາມ ​ແລ້ວ, ​ແຕ່​ນີ້​ຮອດ​ທ້າຍ​ປີ 2013 ຈະ​ມີ ຕື່ມ​ອີກ ວິ​ສາ​ຫະກິດ 8 ​ແຫ່ງ ​ໄດ້​ຮັບ​ບຸລິມະ​ສິດ​ເຮັດ​ລະບຽບ​ການ​ພາສີ, ຍົກ​ຈຳນວນ​ວິ​ສາ​ຫະກິດ​ໄດ້​ຮັບ​ບຸລິມະສິດ​ ຂຶ້ນປະ​ມານ 22 ​ແຫ່ງ. ​ເພື່ອ​​ເຮັດ​ໃຫ້ລາຍການ “ວິ​ສາ​ຫະກິດ​ໄດ້​ຮັບ​ບຸລິ​ມະ​ສິດ” ​ໄດ້​ຮັບ​ການຜັນ​ຂະຫຍາຍ​ຢ່າງ​ກວ້າງ​ຂວາງ​ກວ່າ, ດຶງ​ດູດ​ຫລາຍ​ວິ​ສາ​ຫະກິດ​ເຂົ້າ​ຮ່ວມ​ກວ່າ, ​ເປັນ​ຕົ້ນ​ແມ່ນ​ວິ​ສາ​ຫະກິດ​ສົ່ງ​ອອກ​ຜະລິດ​ຕະພັນ​ກະ​ເສດ, ສິນ​ໃນ​ນ້ຳ, ວິ​ສາ​ຫະກິດ​ຕຳ່​ແຜ່ນ​ຕັດຫຍິບ, ​ເກີບ​ຫນັງ… ກົມ​ໃຫຍ່​ພາສີ ຫວຽດນາມ ຈະ​ຫລຸດຜ່ອນ​ເງື່ອນ​ໄຂ ກ່ຽວ​ກັບ ວົງ​ເງິນ​ຂາ​ອອກ ​ຂາ​ເຂົ້າ. ຕາມ​ກົມ​ໃຫຍ່​ພາສີ​ແລ້ວ,​ ພາຍຫລັງ 2 ປີ​ແຫ່​ງການ​ຜັນ​ຂະຫຍາຍ, ລາຍການ​ວິ​ສາ​ຫະກິດ​ບຸລິມະສິດ​ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດຢ່າງ​ແທດ​ຈິງ​ໃຫ້​ແກ່​ວິ​ສາ​ຫະກິດ​ຄື: ຫລຸດຜ່ອນ​ເວລາ, ລາຍ​ຈ່າຍ​, ຍ້ອນຍົກ​ເວັ້ນການ​ກວດກາ​ສຳ​ເນົາ​ສິນຄ້າຕົວ​ຈິງ..

 

 

ຂ່າວ/ບົດ​ອື່ນ