ຮອບຊິງຊະນະເລີດໃນການແຂ່ງຂັນປະດິດສ້າງ Robot ຫວຽດນາມ 2013
ທິມຂອງມະຫາວິທະຍາໄລ ຢູຍເຕີນ
(ພາບ: tienphong.vn)
(vovworld) – ຮອບຊິງຊະນະເລີດໃນການແຂ່ງຂັນປະດິດສ້າງ Robot ຫວຽດນາມ 2013 ຖືກຈັດຂຶ້ນໃນລະຫວ່າງວັນທີ 6 – 12/5 ຢູ່ນະຄອນ ດ່າໜັງ ດ້ວຍການເຂົ້າຮ່ວມຂອງ 32 ທິມ ທີ່ມາຈາກ ມະຫາວິທະຍາໄລ, ວິທະຍາໄລ ແລະ ໂຮງຮຽນວິຊາຊີບຊັ້ນກາງ 45 ແຫ່ງໃນທົ່ວປະເທດ. ບັນດາທິມໄດ້ພ້ອມກັນແຂ່ງຂັນເພື່ອຍາດໄດ້ຊະນະເລີດ, ກາຍເປັນທິມຕາງໜ້າໃຫ້ Robocon ຫວຽດນາມ ເຂົ້າຮ່ວມການແຂ່ງຂັນ Robocon ສາກົນພາກພື້ນ ອາຊີ - ປາຊີຟີກ, ເຊິ່ງຈະຖືກຈັດຂຶ້ນໃນລະຫວ່າງວັນທີ 16 – 20/8/2013 ຢູ່ນະຄອນ ດ່າໜັງ. ດ້ວຍຫົວຂໍ້ວ່າ “ໂລກຂຽວ”, ການແຂ່ງຂັນ Robocon 2013 ເປັນສານທີ່ວ່າ “ແຕ່ລະປະເທດແມ່ນພາກສ່ວນໜຶ່ງຂອງໂລກ”.