ຮອບເຈລະຈາທຳອິດເພື່ອແນໃສ່ຫລຸດຜ່ອນການປະຈຳການຂອງກອງທັບຕ່າງປະເທດ ຢູ່ ອີຣັກ

(VOVWORLD) - “ອີຣັກ ໃຫ້ຄຳໝັ້ນສັນຍາກັບບັນດາປະເທດເຂົ້າຮ່ວມກຳລັງທະຫານປະສົມສາກົນ ວ່າ ຈະບັນລຸໄດ້ບັນດາຂໍ້ຕົກລົງເພື່ອຜົນປະໂຫຍດດີທີ່ສຸດຂອງ ອີຣັກ ແລະ ບັນດາປະເທດນີ້”. 
ຮອບເຈລະຈາທຳອິດເພື່ອແນໃສ່ຫລຸດຜ່ອນການປະຈຳການຂອງກອງທັບຕ່າງປະເທດ ຢູ່ ອີຣັກ - ảnh 1ຄົນຍາມຢູ່ສະຖານທູດ ອາເມລິກາ ປະຈຳ Baghdad
(ພາບ:AFP/TTXVN)

ວັນທີ 27 ມັງກອນ, ຢູ່ Baghdad, ອີຣັກ ແລະ ອາເມລິກາ ໄດ້ຈັດ “ຮອບເຈລະຈາທຳອິດ” ກ່ຽວກັບອະນາຄົດຂອງກອງທັບ ອາເມລິກາ ແລະ ບັນດາປະເທດອື່ນຢູ່ປະເທດນີ້. ຮອບເຈລະຈາເພື່ອແນໃສ່ຫລຸດຜ່ອນການປະຈຳການຂອງກອງທັບຕ່າງປະເທດຢູ່ ອີຣັກ.

ກ່າວຄຳເຫັນຕໍ່ວົງການນັກຂ່າວ, ທ່ານ Farhad Alaaldin - ທີ່ປຶກສາການພົວພັນຕ່າງປະເທດຂອງ ທ່ານນາຍົກລັດຖະມົນຕີ ອີຣັກ  Mohammed Shia' Al Sudani ຢັ້ງຢືນວ່າ: “ອີຣັກ ໃຫ້ຄຳໝັ້ນສັນຍາກັບບັນດາປະເທດເຂົ້າຮ່ວມກຳລັງທະຫານປະສົມສາກົນ ວ່າ ຈະບັນລຸໄດ້ບັນດາຂໍ້ຕົກລົງເພື່ອຜົນປະໂຫຍດດີທີ່ສຸດຂອງ ອີຣັກ ແລະ ບັນດາປະເທດນີ້”. ສ່ວນທ່ານນາງ Sabrina Singh, ຮອງເລຂາດ້ານການຂ່າວຂອງທຳນຽບ 5 ແຈ ໄດ້ຢັ້ງຢືນວ່າ: Baghdad ແລະ ວໍຊິງຕັນ ຈະເຈລະຈາ ກ່ຽວກັບການປະຈຳການຂອງກອງທັບ ອາເມລິກາ ຢູ່ ອີຣັກ.

ກ່ອນໜ້ານັ້ນ, ວັນທີ 25 ມັງກອນ, ວໍຊິງຕັນ ໄດ້ປະກາດວ່າ: ໄດ້ເຫັນດີເຫັນພ້ອມກັບ Baghdad ກ່ຽວກັບເລືື່ອງສ້າງ “ບັນດາກຸ່ມນັກຊ່ຽວຊານ ລວມມີ: ບັນດານັກຊ່ຽວຊານການທະຫານ ແລະ ປ້ອງກັນປະເທດ”, ຂຶ້ນກັບຄະນະກຳມະການການທະຫານຂັ້ນສູງ ໄດ້ສ້າງຕັ້ງຕາມຂໍ້ຕົກລົງກັບ Baghdad. ບັນດາກຸ່ມນີ້ຈະພິຈາລະນາ 3 ປັດໄຈຕົ້ນຕໍ່, ລວມມີ: “ໄພນາບຂູ່ຈາກອົງການລັດ ອິດສະລາມ (IS) ຂະໜານນາມເອງ, ບັນດາຄຳຮຽກຮ້ອງກ່ຽວກັບການເຄື່ອນໄຫວ ແລະ ສິ່ງແວດລ້ອມ, ກໍ່ຄືລະດັບຄວາມສາມາດ ຂອງກຳລັງປ້ອງກັນຄວາມສະຫງົບ ອີຣັກ”.

ຕອບກັບ

ຂ່າວ/ບົດ​ອື່ນ