ພາບປະກອບ:internet
|
(vovworld) - ວັນທີ 17/4, ສະພາສູງອາເມລິກາ ບໍ່ຮັບຮອງເອົາຮ່າງກົດໝາຍເພີ່ມທະວີການຄວບຄຸມປືນ ແລະ ລູກປືນ. ນີ້ໄດ້ຮັບຖືວ່າແມ່ນການປະລາໄຊໃນຄວາມມານະພະຍາຍາມໃນຫລາຍເດືອນຜ່ານມາຂອງທຳນຽບຂາວ ເພື່ອສະກັດກັ້ນເຫດການເຂັ່ນຂ້າຄືໄດ້ເກີດຂຶ້ນເມື່ອເດືອນ 12 ປີ 2012 ຢູ່ລັດ Connecticut ເຮັດໃຫ້ 26 ຄົນເສຍຊີວິດ, ໃນນັ້ນມີນັກຮຽນ 20 ຄົນ. ຍ້ອນ ໄດ້ຮັບບັດເຫັນດີພຽງ 54 ບັດ ໃນຂະນະມີ 46 ບັດຄ້ານ ສະນັ້ນ ຮ່າງກົດໝາຍດັ່ງກ່າວບໍ່ໄດ້ຮັບ 2/3 ຈຳນວນບັດຄືການກຳນົດເພື່ອຮັບຮອງເອົາ. ພາຍຫລັງມີໝາກຜົນການປ່ອນບັດຂອງສະພາສູງ, ປະທານາທິບໍດີ Barack Obama ໄດ້ຕຳນິຕິຕຽນ ຢ່າງແຂງແຮງ ແລະ ຖືວ່າ: ລັກສະນະພັກຝ່າຍໄດ້ທຳລາຍຮ່າງກົດໝາຍສະບັບຫນຶ່ງຊື່ງໄດ້ຮັບການສະຫນັບສະຫນູນຈາກຜູ້ມີສິດເລືອກຕັ້ງໃນທົ່ວປະເທດ. ເຖິງຢ່າງໃດກໍຕາມ, ທ່ານປະທານາທິບໍດີ Obama ຖະແຫລງວ່າຈະສືບຕໍ່ມານະພະຍາຍາມຊຸກຍູ້ວຽກງານກວດກາການເຄື່ອນໄຫວຄ້າຂາຍ ແລະ ກຳມະສິດປືນ, ລູກປືນ.