ຮ່າງກົດໝາຍວ່າດ້ວຍວິສາຫະກິດ(ສະບັບປັບປຸງ):ມຸ່ງໄປເຖິງມາດຖານສາກົນກ່ຽວກັບສະພາບແວດລ້ອມແຫ່ງການລົງທຶນ
ຕອນເຊົ້່າວັນທີ 28/5, ສະພາແຫ່ງຊາດໄດ້ປຶກສາຫາລືກ່ຽວກັບ
ຮ່າງກົດໝາຍວ່າດ້ວຍວິສາຫະກິດ (ສະບັບປັບປຸງ)
(ພາບປະກອບ)
(vovworld) – ຮ່າງກົດໝາຍວ່າດ້ວຍວິສາຫະກິດ (ສະບັບປັບປຸງ): ມຸ່ງໄປເຖິງມາດຖານສາກົນກ່ຽວກັບສະພາບແວດລ້ອມແຫ່ງການລົງທຶນ - ນີ້ແມ່ນການຕີລາຄາຂອງບັນດາ ສສຊ ໃນວາລະປະຊຸມຢູ່ໜ່ວຍໃນຕອນເຊົ້າວັນທີ 28/5, ກ່ຽວກັບຮ່າງກົດໝາຍວ່າດ້ວຍວິສາຫະກິດ (ສະບັບປັບປຸງ). ຈຸດສຳຄັນພິເສດໃນການປັບປຸງຄັ້ງນີ້ແມ່ນເປັນຄັ້ງທຳອິດ ລັດຖະບານໄດ້ວາງອອກຄຳຮຽກຮ້ອງປັບປຸງກົດໝາຍວ່າດ້ວຍວິສາຫະກິດຕາມມາດຖານສາກົນ. ຕາມນັ້ນແລ້ວ, ບັນດາເນື້ອໃນປັບປຸງຈະສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ການສ້າງຕັ້ງວິສາຫະກິດກ່ວາ, ມີການປະພຶດສະເໝີພາບລະຫວ່າງບັນດານັກລົງທຶນທັງພາຍໃນ ແລະ ຕ່າງປະເທດ ເໝາະສົມກັບທຳນຽມສາກົນ ແລະ ຄຳໝັ້ນສັນຍາຂອງ ຫວຽດນາມ ໃນບັນດາສົນທິສັນຍາສາກົນ. ນອກຈາກນັ້ນ, ການປັບປຸງຄັ້ງນີ້ໄດ້ຮັບການຕີລາຄາວ່າ ຈະສ້າງເງື່ອນໄຂອຳນວຍຄວາມສະດວກກ່ວາ, ຫລຸດຜ່ອນລາຄາໃຊ້ຈ່າຍໃຫ້ແກ່ການຈັດຕັ້ງບໍລິຫານວິສາຫະກິດ, ສ້າງໂຄງປະກອບວິສາຫະກິດ ກໍ່ຄືສ້າງເງື່ອນໄຂສະດວກກ່ວາອີກໃຫ້ວິສາຫະກິດ, ນັກລົງທຶນ ເມື່ອຖອນອອກຈາກຕະຫຼາດ.
ເມື່ອຕີລາຄາສັງລວມກ່ຽວກັບຮ່າງກົດໝາຍວ່າດ້ວຍວິສາຫະກິດ (ສະບັບປັບປຸງ), ທ່ານ ກາວສີກຽມ, ສສຊ ແຂວງ ທ໋າຍບິ່ງ, ຖືວ່າ:
“ຮ່າງກົດໝາຍວ່າດ້ວຍວິສາຫະກິດ (ສະບັບປັບປຸງ) ແກ້ໄຂໄດ້ 3 ບັນຫາ. ທີໜຶ່ງແມ່ນຮັບປະກັນສິດເສລີໃນການດຳເນີນທຸລະກິດຕາມຂໍ້ກຳນົດຂອງລັດຖະທຳມະນູນ. ທີສອງແມ່ນຫລຸດຜ່ອນຄ່າໃຊ້ຈ່າຍ, ລະບຽບບໍລິຫານ. ທີສາມແມ່ນ, ພວກເຮົາຕ້ອງມຸ່ງໄປເຖິງການເຊື່ອມໂຍງ, ພິເສດແມ່ນມຸ່ງໄປເຖິງຈຸດໝາຍຈະມາເຖິງແມ່ນສັນຍາຄູ່ຮ່ວມມືເຂດອາຊີ - ປາຊີຟິກ (TPP)”.