ຮ່າງລັດຖະທຳມະນູນປີ 1992 (ສະບັບປັບປຸງ) ບັນລຸໄດ້ຄວາມເຫັນດີເຫັນພ້ອມຢ່າງສູງ
(ພາບປະກອບ)
(vovworld) –ເນື້ອໃນຕົ້ນຕໍຂອງຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ ໄດ້ຮັບການປັບປຸງພາຍຫລັງລວບລວມຄຳເຫັນຂອງປະຊາຊົນ ແລະ ສະມາຊິກສະພາແຫ່ງຊາດ ໂດຍແມ່ນຄະນະຮຽບຮຽງປັບປຸງລັດຖະທຳມະນູນຍື່ນສະເຫນີຕໍ່ສະພາແຫ່ງຊາດໃນວາລະປະຊຸມຕອນເຊົ້າວັນທີ 22/10. ຕາມນັ້ນແລ້ວ, ຮັກສາຊື່ປະເທດ ສສ ຫວຽດນາມ. ຮ່າງລັດຖະທຳມະນູນກໍໄດ້ຢືນຢັນບົດບາດນຳພາຂອງພັກກອມມູນິດຫວຽດນາມ. ກ່ຽວກັບລະບອບເສດຖະກິດ, ຄະນະຮຽບຮຽງປັບປຸງລັດຖະທຳມະນູນ ເຫັນດີເລືອກເຟັ້ນວິທີການ ກຳນົດເສດຖະກິດຫວຽດນາມແມ່ນພື້ນຖານເສດຖະກິດການຕະຫລາດຕາມກຳນົດທິດ ສັງຄົມນິຍົມ, ມີຫລາຍພາກສ່ວນເສດຖະກິດ,ໃນນັ້ນ ເສດຖະກິດແຫ່ງລັດສວມບົດບາດຫລັກແຫລ່ງແກ່ນສານ. ຕອນບ່າຍວັນດຽວກັນ, ສະພາແຫ່ງຊາດຮັບຟັງລັດຖະບານລາຍງານກ່ຽວກັບສະພາບການປະຕິບັດແຜນງົບປະມານແຫ່ງລັດປີ 2013, ແຜນງົບປະມານແຫ່ງລັດ ແລະ ວິທີການຈັດແບ່ງງົບປະມານສູນກາງປີ 2014, ບົດລາຍງານສະຫລຸບ 3 ປີແຫ່ງການປະຕິບັດໂຄງການຈຸດໝາຍແຫ່ງຊາດໄລຍະ 2011-2015. ນອກນັ້ນ ລັດຖະບານຈະຍື່ນ ສະເຫນີຕໍ່ສະພາແຫ່ງຊາດວິທີການຈຳຫນ່າຍພັນທະບັດລັດຖະບານໄລຍະ 2014-2016.
ກ່ຽວກັບເນື້ອໃນບົດລາຍງານອະພິປາຍຮັບເອົາຄຳເຫັນຈາກສະມາຊິກສະພາແຫ່ງຊາດ ແລະ ຄຳເຫັນຈາກປະຊາຊົນ ກ່ຽວກັບຮ່າງລັດຖະທຳມະນູນປີ 1992 (ສະບັບປັບປຸງ) ແລະ ໃບສະເໜີຮ່າງມະຕິກ່ຽວກັບການປະຕິບັດຮ່າງລັດຖະທຳມະນູນປີ 1992 (ສະບັບປັບປຸງປີ 2013) ສະເໜີທີ່ກອງປະຊຸມສະພາແຫ່ງຊາດໃນວັນທີ 22 ຕຸລາ, ໄດ້ດຶງດູດຄວາມສົນໃຈຂອງຜູ້ມີສິດເລືອກຕັ້ງໃນທົ່ວປະເທດ.
ຜູ້ມີສິດເລືອກຕັ້ງຫຼາຍຄົນຕີລາຄາກ່ຽວກັບຮ່າງລັດຖະທຳມະນູນປີ 1992 (ສະບັບປັບປຸງ) ທີ່ຍື່ນສະເໜີຕໍ່ກອງປະຊຸມສະໄໝສາມັນເທື່ອທີ 6 ສະພາແຫ່ງຊາດຫວຽດນາມ ຊຸດທີ 13 ຮັບເອົາຄຳເຫັນປະກອບເປັນພື້ນຖານຂອງປະຊາຊົນ, ສະແດງໃຫ້ເຫັນຄວາມມຸ່ງຫວັງ, ຄວາມມຸ່ງມາດປາດຖະໜາຂອງປະຊາຊົນຜູ້ມີສິດເລືອກຕັ້ງໃນທົ່ວປະເທດ.
ຜູ້ມີສິດເລືອກຕັ້ງກໍ່ສະຫງວນຄວາມສົນໃຈຕໍ່ການກຳນົດຂອງລັດຖະທຳມະນູນກ່ຽວຖອນການເກັບທີ່ດິນຄືນໃນຂໍ້ທີ 3, ມາດຕາ 54 ຂອງຮ່າງບົດລາຍງານ. ທ່ານ ຫວູກ໋ວກບາວ, ຜູ້ມີສິດເລືອກຕັ້ງເມືອງ ຮາຍບ້າຈຶງ, ຮ່າໂນ້ຍ ມີຄຳເຫັນວ່າ.
“ການຖອນທີ່ດິນຄືນເພື່ອຈຸດໝາຍປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ສາທາລະນະແມ່ນຈຳເປັນ. ສ່ວນການຖອນທີ່ດິນຄືນເພື່ອຈຸດໝາຍເສດຖະກິດ ຕ້ອງມີການຕົກລົງກັນກ່ຽວກັບດ້ານລາຄາລະຫວ່າງຫົວໜ່ວຍການຖອນທີ່ດິນຄືນ ແລະ ປະຊາຊົນ ເພື່ອຫຼີກເວັ້ນສະພາບຮ້ອງທຸກ ຮ້ອງຟ້ອງທີ່ແກ່ຍາວ ແຕ່ກໍ່ບໍ່ປະໃຫ້ສະພາບປະຊາຊົນທວງເອົາລາຄາສູງກໍ່ຄວາມຫຍຸ້ງຍາກໃນເລື່ອງຖອນທີ່ດິນຄືນ”.
ກ່ຽວກັບບັນດາເນື້ອໃນອື່ນໆ, ບັນດາຜູ້ມີສິດເລືອກຕັ້ງໄດ້ເຫັນດີນຳກັນໂດຍຖືວ່າ ບັນດາບັນຫາທີ່ມີລັກສະນະສັງລວມ, ບັນຫາພື້ນຖານຂອງລັດຖະທຳມະນູນ ແມ່ນມີຄວາມເປັນເອກະພາບນຳກັນຢ່າງສູງ.