ຮ່າຕິ້ງຍູ້ແຮງການຮ່ວມມືກັບບັນດາທ້ອງຖິ່ນຂອງລາວ

(VOVWORLD) -ວັນທີ 30 ສິງຫາ, ແຂວງຮ່າຕິ້ງໄດ້ຈັດພິທີສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ 40 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືຫວຽດນາມ-ລາວ
ຮ່າຕິ້ງຍູ້ແຮງການຮ່ວມມືກັບບັນດາທ້ອງຖິ່ນຂອງລາວ - ảnh 1

ຮ່າຕິ້ງຍູ້ແຮງການຮ່ວມມືກັບບັນດາທ້ອງຖິ່ນຂອງລາວ

ນະທີ່ນີ້, ບັນດາຜູ້ແທນຂອງ 2 ປະເທດໄດ້ທົບທວນຄືນປະຫວັດຄວາມເປັນມາຂອງສາຍພົວພັນແບບພິເສດທີ່ເປັນມູນເຊື້ອລະຫວ່າງ 2 ປະເທດຫວຽດນາມ-ລາວ, ບັນດາຜົນງານທີ່ຮ່າຕິ້ງຍາດມາໄດ້ໃນການສ້າງສາ ແລະ ພັດທະນາສາຍພົວພັນອັນດີງາມກັບທ້ອງຖິ່ນຕ່າງໆຂອງລາວ. ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ, ທ່ານເລຂາພັກແຂວງ, ເຈົ້າແຂວງໆ ບໍລິຄຳໄຊ ກອງແກ້ວ ໄຊສົງຄາມ ເນັ້ນໜັກວ່າ ສາຍພົວພັນອັນດີງາມ ລາວ-ຫວຽດນາມ ແມ່ນກຳລັງໜູນອັນໃຫຍ່ຫຼວງເພື່ອສ້າງກຳລັງແຮງໃຫ້ແກ່ 2 ປະເທດ ແລະ ທັງແມ່ນປັດໄຈ ປະກອບສ່ວນສຳຄັນເຂົ້າໃນການສ້າງສະພາບແວດລ້ອມແຫ່ງສັນຕິພາບ, ການຮ່ວມມື ແລະ ມິດຕະພາບໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້.

 

ຕອບກັບ

ຂ່າວ/ບົດ​ອື່ນ