ຮ່ານາມເພີ່ມທະວີການຮ່ວມມືກັບ ແຂວງ Gyeonggi (ສ.ເກົາຫຼີ)
(VOVWORLD) - ຕອນບ່າຍວັນທີ 27 ທັນວາ, ຄະນະຜູ້ແທນສະພາ ແຂວງ Gyeonggi (ສ.ເກົາຫຼີ) ໂດຍທ່ານ Yom Jong Hyun, ປະທານສະພາ ແຂວງ Gyeonggi ນຳໜ້າ ໄດ້ມາຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຮ່ານາມ.
ທ່ານນາງ ເລທິຖຸຍ ເລຂາ ຄະນະພັກແຂວງ ຮ່ານາມກ່າວຄຳເຫັນທີ່ການພົບປະ (ພາບ: TTXVN) |
ທີ່ການເຮັດວຽກ, ທ່ານນາງ ເລທິຖຸຍ ເລຂາ ຄະນະພັກແຂວງ ຮ່ານາມ ໃຫ້ຮູ້ວ່າ ຮ່ານາມ ມີຄວາມປາດຖະໜາຢາກ ໃຫ້ສະພາ ແຂວງ Gyeonggi ສືບຕໍ່ໜູນຊ່ວຍແຂວງ ໃນການໂຄສະນາ,ເຜີຍແຜ່ໄປຍັງປະຊາຊົນຂອງແຂວງ Gyeonggi ກ່ຽວກັບດິນແດນຮ່ານາມ ທີ່ເຕັມໄປດ້ວຍມູນເຊື້ອວັດທະນະທຳ, ທິວທັດທຳມະຊາດ; ແນະນຳສະພາບແວດລ້ອມແຫ່ງການລົງທຶນຂອງ ແຂວງ ຮ່ານາມ ໄປຍັງບັນດາວິສາຫະກິດ, ນັກລົງທຶນຂອງແຂວງ Gyeonggi ເວົ້າສະເພາະ ແລະ ບັນດາທ້ອງຖິ່ນຕ່າງໆຂອງ ສ.ເກົາຫຼີ ເວົ້າລວມ; ໜູນຊ່ວຍແຂວງ ຈັດຕັ້ງການຢ້ຽມຢາມ, ເຮັດວຽກ ແລະ ບັນດາການເຄື່ອນໄຫວສົ່ງເສີມການລົງທຶນ ຢູ່ ສ.ເກົາຫຼີ ໃນປີ 2024.
ສ່ວນທ່ານ Yom Jong Hyun ໃຫ້ຮູ້ວ່າ: ໃນໄລຍະຈະມາເຖິງ, ສະພາແຂວງ Gyeonggi ຈະ ສືບຕໍ່ໂຄສະນາ, ແນະນຳສະພາບແວດລ້ອມແຫ່ງການລົງທຶນ ຂອງ ຮ່ານາມໃຫ້ແກ່ບັນດາວິສາຫະກິດ ຂອງແຂວງ Gyeonggi ເວົ້າສະເພາະ ແລະ ສ.ເກົາຫຼີ ເວົ້າລວມ, ໜູນຊ່ວຍທາງແຂວງ ຈັດບັນດາການສົ່ງເສີມການລົງທຶນ ຢູ່ ສ.ເກົາຫຼີ.