ຮ່າໂນ້ຍຈັດຕັ້ງກອງປະຊຸມໃຫຍ່ແຂ່ງຂັນຮັກຊາດໄລຍະ2010-2015

ຮ່າໂນ້ຍຈັດຕັ້ງກອງປະຊຸມໃຫຍ່ແຂ່ງຂັນຮັກຊາດໄລຍະ2010-2015 - ảnh 1
ກອງ​ປະ​ຊຸມ​ແຂ່ງ​ຂັນ​ຮັກ​ຊາດ​ນະ​ຄອນ​ຮ່າ​ໂນ​້ຍ

(vovworld)- ທີ່ກອງ​ປະ​ຊຸມ​ແຂ່ງ​ຂັນ​ຮັກ​ຊາດ​ດຳ​ເນີນ​ໃນ​ຕອນ​ເຊົ້າ​ວັນ​ທີ 2/10, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໄດ້​ມອບ​ນາມ​ມະ​ຍົດ​ວິ​ລະ​ຊົນ​ແຮງ​ງານ​ໃຫ້​ໂຮງ​ຮຽນ​ມັດ​ທະ​ຍົມ​ຕອນ​ຕົ້ນ ໂງ​ຊີ້​ລຽນ ແລະ ໂຮງ​ໝໍ​ຫລາຍ​ຂະ​ແຫນງ ແຊງ​ປົນ.ໃນ​ໂອ​ກາດນີ້, ນະ​ຄອນ​ຮ່າ​ໂນ້ຍ ມອບ​ນາມ​ມະ​ຍົດ ພົນ​ລະ​ເມືອງ​ດີ​ເດັ່ນ ປີ 2015 ໃຫ້​ແກ່ 10 ຄົນ​.
  ກ່ວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ​ໃຫຍ່, ທ່ານ ຫງວຽນ​ທ້ຽນ​ເຍີນ, ຮອງ​ປະ​ທານ​ສະ​ພາ​ແຂ່ງ​ຂັນຍ້ອງ​ຍໍ​​ສູນ​ກາງ ໄດ້​ສະ​ເຫນີ:

        “ຕ້ອງ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ ເພື່ອ​ຮັກ​ສາ​ໃຫ້ ນະ​ຄອນ ຮ່າ​ໂນ້ຍ ນອນ​ໃນ 5 ແຂວງ, ນະ​ຄອນ ນຳ​ຫນ້າ​ທົ່ວ​ປະ​ເທດ​ກ່ຽວ​ກັບ​ການ​ປະ​ຕິ​ຮູບ​ບໍ​ລິ​ຫານ, ແກ້ງ​ແຍ້ງ ແລະ ໝູນ​ໃຊ​້​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານ. ທີ 2 ແມ່ນ​ພັດ​ທະ​ນາ​ບັນ​ດາ​ຜະ​ລິດ​ຕະ​ພັນ​ຫລັກ​ແຫລ່ງ. ທີ​ສາມ ເຮັດ​ແນວ​ໃດ​ເພື່ອ​ຜະ​ລິດ​ຕະ​ພັນ​ກະ​ເສດ​ຂອງ​ນະ​ຄອນ​ຕ້ອງ​ປອດ​ສານ​ພິດ. ທີ 4 ຕິດ​ຕາມ, ສົ່ງ​ເສີມ​ການ​ມີ​ຫົວ​ຄິດ​ປະ​ດິດ​ສ້າງ​ໃນ​ຊາວ​ຫນຸ່​ມ​ນະ​ຄອນ.”

ຂ່າວ/ບົດ​ອື່ນ