(ພາບປະກອບ)
(vovworld) – ວັນທີ 31/8. ສະຫະພັນບັນດາອົງການມິດຕະພາບນະຄອນ ຮ່າໂນ້ຍຈັດຕັ້ງການປະຊຸມຂ່າວ ແນະນຳງານວາງສະແດງຮູບພາບປີ 2015 ດ້ວຍຫົວຂ້ໍ “ອາຊຽນ - 48 ປີແຫ່ງສັນຕິພາບ ແລະ ພັດທະນາ ແລະ 20 ປີແຫ່ງວັນເຂົ້າປັນສະມາຊິກອາຊຽນ”. ງານວາງສະແດງຈະດຳເນີນໃນລະຫວ່າງວັນທີ 8 – 15/9 ຢູ່ ຮ່າໂນ້ຍ, ດ້ວຍການເຂົ້າຮ່ວມຂອງ 10 ຫົວໜ່ວຍລວມມີ: ສະຖານທູດຂອງ 9 ປະເທດສະມາຊິກ ອາຊຽນ (ບໍ່ມີສິງກະໂປ) ແລະ ປະເທດສັງເກດການແມ່ນ ຕີມໍຕາເວັນອອກ. ງານວາງສະແດງໄດ້ແນະນຳບັນດາຜົນງານດີເດ່ັນ ເຊິ່ງແຕ່ລະປະເທດ ບັນລຸໄດ້ເມື່ອເຂົ້າເປັນສະມາຊິກອາຊຽນ. ນີ້ກໍແມ່ນກາລະໂອກາດເພື່ອແນະນຳ, ໂຄສະນາບັນດາຄວາມງາມກ່ຽວກັບວັດທະນະທຳ, ມະນຸດ, ທັດສະນີຍະພາບທີ່ສວຍງາມຂອງບັນດາປະເທດໃນພາກພື້ນເຖິງປະຊາຊົນນະຄອນຫລວງ ແລະ ເພື່ອນມິດສາກົນ ທີ່ພວມຮ່ຳຮຽນ, ເຮັດວຽກຢູ່ ຫວຽດນາມ.