ຮ່າໂນ້ຍ ຈັດຕັ້ງການເຄື່ອນໄຫວວັດທະນະທຳ, ສິລະປະຕ່າງໆເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດ 2018

(VOVWORLD) - ໃນໂອກາດນີ້, ນະຄອນກໍ່ໄດ້ໂຄສະນາກໍ່ສ້າງສະພາບແວດລ້ອມສັງຄົມທີ່ໂປ່ງໃສ, ແບບແຜນການດຳລົງຊີວິດອະລິຍາທຳຂອງຊາວນຮ່າໂນ້ຍ

ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດ 2018, ຮ່າໂນ້ຍ ໄດ້ຈັດຕັ້ງການເຄື່ອນໄຫວວັດທະນະທຳ, ສິລະປະຕ່າງໆ ເພື່ອຂ່ຳນັບຮັບຕ້ອນປີໃໝ່ແນໃສ່ສ້າງບັນຍາກາດເບີກບານມ່ວນຊື່ນ, ປອດໄສ ໃນໂອກາດບຸນປີໃໝ່. ຕາມນັ້ນແລ້ວ, ຖະໜົນໃຈກາງ 11 ສາຍຈະໄດ້ຮັບການປະດັບປະດາດ້ວຍໄຟແສງສີ ຕາມຮູບແບບຫັນເປັນສັງຄົມ. ໃນໂອກາດນີ້, ນະຄອນກໍ່ໄດ້ໂຄສະນາກໍ່ສ້າງສະພາບແວດລ້ອມສັງຄົມທີ່ໂປ່ງໃສ, ແບບແຜນການດຳລົງຊີວິດອະລິຍາທຳຂອງຊາວນຮ່າໂນ້ຍ, ສະຕິປົກປັກຮັກສາສິ່ງແວດລ້ອມ. ນະຄອນໄດ້ຈັດຕັ້ງງານວາງສະແດງຮູບພາບ, ຮູບຖ່າຍຕ້ອນຮັບບຸນປີໃໝ່ປະຈຳຊາດ ປີຈໍ, ຈັດຕັ້ງການໂຄສະນາເຄື່ອນທີ່ໃນບໍລິເວນນະຄອນ, ຈັດຕັ້ງການສາຍຟິມຮູບເງົາດ້ວຍຫົວຂໍ້ “ອວຍພອນພັກ - ອວຍພອນລະດູບານໃໝ່ - ອວຍພອນປະເທດຊາດ- ອວຍພອນນະຄອນຫຼວງປ່ຽນແປງໃໝ່” ຢູ່ບັນດາໂຮງສາຍຮູບເງົາໃນບໍລິເວນນະຄອນເປັນເວລາ 3 ຄ່ຳຄືນ. ພ້ອມກັນນັ້ນ, ຮ່າໂນ້ຍ ກໍ່ໄດ້ຈັດຕັ້ງບັນດາລາຍການສະແດງສິລະປະຢູ່ບັນດາເມືອງ, ເທດສະບານ ເມືອງເພື່ອຮັບໃຊ້ປະຊາຊົນທຸກຊັ້ນວັນນະ.

ຕອບກັບ

ຂ່າວ/ບົດ​ອື່ນ