ຮ່າໂນ້ຍ ຈະຈັດຕັ້ງບັນດາການເຄື່ອນໄຫວວັດທະນະທຳ, ສິລະປະຂ່ຳນັບຮັບຕ້ອນບຸນປີໃໝ່ປະຈຳຊາດປີກຸນ 2019

(VOVWORLD) -  ເພື່ອຂ່ຳນັບຮັບຕ້ອນບຸນປີໃໝ່ປະຈຳຊາດ ຫວຽດນາມ ປີກຸນ 2019, ນະຄອນ ຮ່າໂນ້ຍ ຈະຈັດຕັ້ງບັນດາການເຄື່ອນໄຫວວັດທະນະທຳ, ສິລະປະເພື່ອສ້າງບັນຍາກາດເບີກບານມ່ວນຊື່ນ, ຮັບໃຊ້ຊີວິດທາງດ້ານວັດທະນະທຳ, ຈິດໃຈໃຫ້ແກ່ປະຊາຊົນ, ແຂກທ່ອງທ່ຽວ ແລະ ເພື່ອນມິດສາກົນ.

ໃນບັນດາການເຄື່ອນໄຫວວັດທະນະທຳ ເຊິ່ງນະຄອນ ຮ່າໂນ້ຍ ຈະຈັດຕັ້ງໃນໂອກາດບຸນປີໃໝ່ປະຈຳຊາດປີກຸນ 2019 ນັ້ນ, ສິ່ງທີ່ເປັນໜ້າສົນໃຈທີ່ສຸດ ນັ້ນແມ່ນການຈັດຕັ້ງຍິງບັ້ງໄຟດອກໄລຍະໄກ ແລະ ໄລຍະໃກ້ຢູ່ສະຖານທີ່ຕ່າງໆໃນຈຸດເວລາສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ໃນບໍລິເວນນະຄອນ ຮ່າໂນ້ຍ. ແລະກໍ່ໃນໄລຍະເວລານີ້, 30 ເມືອງ, ເທດສະບານຂອງ ຮ່າໂນ້ຍ ຈະຈັດຕັ້ງການສະແດງວັດທະນະທຳສິລະປະຢູ່ບັນດາສະຖານທີ່ສາທາລະນະ ເພື່ອຮັບໃຊ້ປະຊາຊົນຕ້ອນຮັບບຸນປີໃໝ່ປະຈຳຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ