ຮ່າໂນ້ຍ ຍ້ອງຍໍຊົມເຊີຍຊາວຫນຸ່ມ ດີເດັ່ນປີ 2011 ຈຳນວນ 10 ຄົນ

ຮ່າໂນ້ຍ ຍ້ອງຍໍຊົມເຊີຍຊາວຫນຸ່ມ ດີເດັ່ນປີ 2011 ຈຳນວນ 10 ຄົນ - ảnh 1

(ພາບປະກອບ)
( vovworld ) – ​​​​ຕອນ​ຄ່ຳວັນ​ທີ 22/3, ສູນ​ກາງ​​ຊາວ​ໜຸ່ມ​ກອມ​ມູນິດ​ໂຮ່ຈິ​ມິນ, ກອງ​ທຶນ​ໜູນ​ຊ່ວຍ​ຜູ້​ມີ​ຄວາມ​ເກັ່ງ​ກ້າ​ສາມາດ​ໜຸ່ມ​ຫວຽດນາມ ​ໄດ້​ຈັດ​ພິທີຍ້ອງຍໍ​ສັນລະ​ເສີນຊາວ​ຫນຸ່ມ​ດີ​ເດັ່ນປີ 2011 ຈຳນວນ 10 ຄົນຢູ່​ຫໍ​ວັດທະນະທຳ​ມິດຕະພາບ​ໂຮ່​ໂນ້ຍ. ນີ້​ແມ່ນ 1 ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ຂ່ຳນັບ​ຊົມ​ເຊີຍ​ພິທີ​ລະນຶກ 81 ປີ​ແຫ່ງ​ວັນ​ສ້າງຕັ້ງອົງການ​ຊາວ​ໜຸ່ມ​ກອມ​ມູນິດ​ໂຮ່ຈິ​ມິນ (26/3/1931-26/3/2012). ຕາງໜ້າ​ໃຫ້​ລັດຖະບານ, ທ່ານ​ຮອງ​ນາຍົກລັດຖະມົນຕີ Nguyen Thien Nhan ​ໄດ້​ຕີ​ລາຄາ​ສູງ​​ການ​ປະກອບສ່ວນ ກໍ​ຄື​ຄວາມ​ມານະ​ພະຍາຍາມ​ຂອງ​ບັນດາ​​ແບບຢ່າງໜຸ່ມ​​ດີ​ເດັ່ນຫວຽດນາມ  ທີ່​ມີ​ຕໍ່​ພາລະກິດ​ສ້າງສາ ​ແລະ ພັດທະນາ​ປະ​ເທດ​ຊາດ. ທ່ານ​ຮອງ​ນາຍົກລັດຖະມົນຕີຖື​ວ່າ: ຊາວ​ໜຸ່ມ​ທີ່ໄດ້​ຮັບ​ລາງວັນ​ແຕ່ລະຄົນ ຄວນ​ສືບ​ຕໍ່​ເສີມ​ຂະຫຍາຍ​ຄວາມ​ສາມາດ, ພູມ​ປັນຍາ, ບືນຕົວ​ຂຶ້ນ​ບັນລຸ​ຫຼາຍ​ຜົນງານ​ກ່ວາ​ອີກ​ໃນ​ການ​ຮ່ຳຮຽນ, ອອກ​ແຮງ​ງານ, ຝຶກ​ຝົນ​ຫຼໍ່​ຫຼອມ, ປະດິດ​ສ້າງ ​ແລະ ຄົ້ນຄ້ວາ​ວິທະຍາສາດ, ສ້າງ​ຜົນ​ກະທົບທີ່​ດີ​ໃນ​ໝູ່​ຊາວ​ໜຸ່ມ, ​ເຍົາວະ​ຊົນ ​ແລະ ທົ່ວ​ສັງຄົມ….
ຂ່າວ/ບົດ​ອື່ນ