ຮ່າໂນ້ຍ ຮັບປະກັນການສະໜອງສິນຄ້າໃຫ້ແກ່ປະຊາຊົນຢ່າງພຽງພໍ

(VOVWORLD) -  ຕອນບ່າຍວັນທີ 21 ມີນາ, ທີ່ຮ່າໂນ້ຍ, ຄະນະປະຕິບັດງານຂອງກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໄດ້ເຮັດວຽກກັບຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ກ່ຽວກັບວຽກງານກະກຽມສິນຄ້າ ເພື່ອຮັບມືກັບເຊື້ອພະຍາດ Covid-19 ໃນບໍລິເວນນະຄອນ ຮ່າໂນ້ຍ.
ຮ່າໂນ້ຍ ຮັບປະກັນການສະໜອງສິນຄ້າໃຫ້ແກ່ປະຊາຊົນຢ່າງພຽງພໍ - ảnh 1 (ພາບປະກອບ / hanoimoi.vn)

        ພາຍຫລັງນະຄອນ ຮ່າໂນ້ຍ ໄດ້ປະກາດມີຜູ້ຕິດເຊື້ອໄວຣັດ SARS-CoV-2 ຄົນທຳອິດນັ້ນ, ບັນດາວິສາຫະກິດຈຳໜ່າຍສິນຄ້າໃນບໍລິເວນໄດ້ຜັນຂະຫຍາຍວິທີການຂຸດຄົ້ນ ແລະ ເຄື່ອນຍ້າຍສິນຄ້າໃນທັນທີ ເພື່ອຮັບໃຊ້ປະຊາຊົນ. ຕາມການລາຍງານຂອງວິສາຫະກິດແລ້ວ, ປະລິມານສິນຄ້າສະສົມໄດ້ເພີ່ມຂຶ້ນແຕ່ 4 – 5ເທົ່າ ເມື່ອທຽບໃສ່ວັນ ປົກກະຕິ. ພິເສດແມ່ນ, ພະແນກອຸດສາຫະກຳ ແລະ ການຄ້ານະຄອນ ຮ່າໂນ້ຍ ໄດ້ຍົກອອກບັນດາແຜນການຮັບມື ເພື່ອຮັບປະກັນມີສິນຄ້າຮັບໃຊ້ປະຊາຊົນທີ່ຖືກແຍກຕົວ. ທີ່ການເຮັດວຽກ, ທ່ານຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າຫວຽດນາມ ໂດ໊ທັ໊ງຫ໋າຍ ໃຫ້ຮູ້ວ່າ:

        “ພວກເຮົາຕ້ອງຕິດຕາມການຜັນແປຂອງສະພາບການຕະຫລາດໃນຕົວຈິງ ແລະ ເພື່ອສົມທົບກັບບັນດາວິສາຫະກິດ ຜັນຂະຫຍາຍບັນດາມາດຕະການຮັບປະກັນແຫຼ່ງສະໜອງບັນດາປະເພດສິນຄ້າທີ່ຈຳເປັນ, ພິເສດແມ່ນບັນດາວິສາຫະກິດ ທັງເຮັດໃຫ້ລາຄາໃນທ້ອງຕະຫລາດເປັນປົກກະຕິ, ບໍ່ສວຍ ໂອກາດນີ້ ຂຶ້ນລາຄາສິນຄ້າແຕ່ກົງກັນຂ້າມ ຕ້ອງຮັບປະກັນກ່ຽວກັບຄຸນນະພາບຂອງຜະລິດຕະພັນ, ສິນຄ້າ. ໜ້າທີ່ໜຶ່ງອີກ, ນັ້ນແມ່ນການເຊື່ອມຕໍ່ລະຫວ່າງບັນດາທ້ອງຖິ່ນຕ່າງໆ ເພື່ອຕອບສະໜອງຄວາມຕ້ອງການທີ່ຈຳເປັນຂອງປະຊາຊົນ.

        ຕາມພະແນກອຸດສາຫະກຳ ແລະ ການຄ້ານະຄອນ ຮ່າໂນ້ຍ ແລ້ວ, ບໍ່ວ່າໃນກໍລະນີໃດ, ພະແນກອຸດສາຫະກຳ ແລະ ການຄ້ານະຄອນ ຮ່າໂນ້ຍ ກໍ່ຈະຮັບປະກັນການສະໜອງຄວາມຕ້ອງການກ່ຽວກັບສະບຽງອາຫານຂອງປະຊາຊົນໃຫ້ ພຽງພໍ, ພິເສດແມ່ນມີບັນດາແຜນການຮັບມື ເພືຶຶຶ່ອຮັບປະກັນມີສິນຄ້າຮັບໃຊ້ປະຊາຊົນຢູູູ່່່ເຂດຖືກແຍກຕົວ.

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ