ຮ່າໂນ້ຍ ເພີ່ມທະວີການຮ່ວມມືກັບ ຝລັ່ງໃນຂົງເຂດພັດທະນາຄົມມະນາຄົມ, ຕົວເມືອງ

(VOVWORLD) -ປະຊາຊົນຫວຽດນາມ ເວົ້າລວມ ແລະ ປະຊາຊົນນະຄອນຮ່າໂນ້ຍເວົ້າສະເພາະ ມີຄວາມປະຕິຊົມຊື່ນເມື່ອເຫັນປະຈັກຕາການພົວພັນລະຫວ່າງສອງປະເທດໄດ້ຮັບການປັບປຸງ ແລະ ພັດທະນາຢ່າງບໍ່ຢຸດຢັ້ງໃນໄລຍະຜ່ານມາ. 
ຮ່າໂນ້ຍ ເພີ່ມທະວີການຮ່ວມມືກັບ ຝລັ່ງໃນຂົງເຂດພັດທະນາຄົມມະນາຄົມ, ຕົວເມືອງ - ảnh 1ທ່ານ ຫງວຽນດຶກຈູງ ປະທານຄະນະກໍາມະການປະຊາຊົນນະຄອນຮ່າໂນ້ຍ  ເຮັດວຽກກັບທ່ານນາງ Stephanie Do (ພາບ: hanoimoi.com.vn)

  ຕອນບ່າຍວັນທີ 15 ກໍລະກົດ, ທ່ານ ຫງວຽນດຶກຈູງ ປະທານຄະນະກໍາມະການປະຊາຊົນນະຄອນຮ່າໂນ້ຍ ໄດ້ມີການພົບປະ ແລະ ເຮັດວຽກກັບທ່ານນາງ Stephanie Do, ສະມາຊິກສະພາແຫ່ງຊາດ ແລະ ປະທານກຸ່ມສະມາຊິກລັດຖະສະພາມິດຕະພາບ ຝລັ່ງ - ຫວຽດນາມ ຂອງສະພາແຫ່ງຊາດຝລັ່ງ. ທີ່ການເຮັດວຽກ, ທ່ານປະທານຄະນະກໍາມະການປະຊາຊົນ ຫງວຽນດຶກຈູງ ເນັ້ນໜັກວ່າ ປະຊາຊົນຫວຽດນາມ ເວົ້າລວມ ແລະ ປະຊາຊົນນະຄອນຮ່າໂນ້ຍເວົ້າສະເພາະ ມີຄວາມປະຕິຊົມຊື່ນເມື່ອເຫັນປະຈັກຕາການພົວພັນລະຫວ່າງສອງປະເທດໄດ້ຮັບການປັບປຸງ ແລະ ພັດທະນາຢ່າງບໍ່ຢຸດຢັ້ງໃນໄລຍະຜ່ານມາ. ໃນໄລຍະຈະມາເຖິງ, ຮ່າໂນ້ຍ ປາດຖະໜາຢາກຮ່ວມມືກັບບັນດາທ້ອງຖິ່ນຂອງ ຝລັ່ງ ໃນຂົງເຂດກໍ່ສ້າງພື້ນຖານໂຄງລ່າງຮັບໃຊ້ບັນດາການເຄື່ອນໄຫວວັດທະນະທໍາສັງຄົມ, ແບ່ງປັນປະສົບການກ່ຽວກັບການພັດທະນາລະບົບເຂດ Start up, ແກ້ໄຂບັນຫາມົນລະພິດສິ່ງແວດລ້ອມ ແລະ ສິ່ງເສດເຫຼືອ.


ຕອບກັບ

ຂ່າວ/ບົດ​ອື່ນ