(ກອງປະຊຸມຕີລາຄາໝາກຜົນ 5 ປີແຫ່ງການປະຕິບັດ
ມະຕິເລກທີ 15/2008 ສະພາແຫ່ງຊາດຊຸດທີ 12)
(vovworld) - ຕອນເຊົ້າວັນທີ 31/07, ຢູ່ຮ່າໂນ້ຍ, ໄດ້ດຳເນີນກອງປະຊຸມຕີລາຄາໝາກຜົນ 5 ປີແຫ່ງການປະຕິບັດມະຕິເລກທີ 15/2008 ສະພາແຫ່ງຊາດຊຸດທີ 12 ກ່ຽວກັບການປັບປຸງ, ເປີດກວ້າງເຂດບໍລິຫານນະຄອນຫຼວງ (01/08/2008 – 01/08/2013). ເຂົ້າຮ່ວມກອງປະຊຸມມີທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟຸ໋ກຈອງ, ທ່ານປະທານສະພາແຫ່ງຊາດຫງວຽນຊິງຮຸ່ງ ພ້ອມດ້ວຍຜູ້ແທນທີ່ຕາງໜ້າໃຫ້ພະນັກງານ, ສະມາຊິກພັກ ແລະ ປະຊາຊົນນະຄອນຫຼວງກວ່າ 2.000 ຄົນ.
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ຢືນຢັນວ່າ ໃນ 5 ປີຜ່ານມາ, ຮ່າໂນ້ຍ ໄດ້ພະຍາຍາມສູ້ຊົນ, ຜັນຂະຫຍາຍແຜນນະໂຍບາຍຂອງສູນກາງ ແລະ ມະຕິຂອງສະພາແຫ່ງຊາດກ່ຽວກັບການເປີດກວ້າງເຂດບໍລິຫານນະຄອນຫຼວງຢ່າງຄົບຊຸດ, ມີປະສິດທິຜົນ, ປະກອບສ່ວນສຳຄັນເຂົ້າໃນຜົນງານລວມຂອງປະເທດຊາດ. ທ່ານປະທານສະພາແຫ່ງຊາດກໍ່ເອົາໃຈໃສ່ວ່າ, ໃນຊຸມປີຕໍ່ໆໄປ, ຮ່າໂນ້ຍ ຕ້ອງພັດທະນາເສດຖະກິດນະຄອນຫຼວງ ຢ່າງໝັ້ໜຄົງ, ມີຄຸນນະພາບ, ປະສິດທິຜົນ, ມີການແກ້ງແຍ່ງທີ່ນັບມື້ນັບສູງ ໄປຄຽງຄູ່ກັບການຮັບປະກັນຊີວິດສັງຄົມໃນບໍລິເວັນ. ຮ່າໂນ້ຍ ຕ້ອງສູ້ຊົນຜັນຂະຫຍາຍບົດບາດເປັນສູນເສດຖະກິດໃຫຍ່, ເປັນກຳລັງໜຸ່ມດ້ານເສດຖະກິດຂອງເຂດຈຸດສຸມພາກເໜືອ ແລະ ທົ່ວປະເທດເປັນຢ່າງດີ. ອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນນະຄອນຮ່າໂນ້ຍ ສ້າງນະຄອນຫຼວງແມ່ນສູນວັດທະນະທຳໃຫຍ່ຂອງທົ່ວປະເທດ, ເປັນແບບຢ່າງດີເດັ່ນໃຫ້ພື້ນຖານວັດທະນະທຳຫວຽດນາມ ທີ່ກ້າວໜ້າ, ເຂັ້ມຂົນໄປດ້ວຍສີສັນຊາດ. ຮ່າໂນ້ຍ ກໍ່ປ່ຽນໃໝ່ວິທີການນຳພາຂອງພັກ, ກໍ່ສ້າງລັດ, ສ້າງອຳນາດການປົກຄອງທຸກຂັ້ນຂອງນະຄອນໃຫ້ໂປງໄສ, ໝັ້ນຄົງເຂັ້ມແຂງຢ່າງແທດຈິງ.
“ຄວນສືບຕໍ່ເຮັດວຽກງານໂຄສະນາສຶກສາ, ເພື່ອໃຫ້ພະນັກງານ, ສະມາຊິກພັກ ແລະ ປະຊາຊົນທຸກຊັ້ນວັນນະມີຄວາມສາມັກຄີ, ເຫັນດີເຫັນພ້ອມ ແລະ ມີຄວາມຕັດສິນໃຈສູງ ແນໃສ່ປະຕິບັດບັນດາໜ້າທີ່ສ້າງສາ ແລະ ພັດທະນານະຄອນຫຼວງໃນສະພາບການໃໝ່ຢ່າງມີໄຊ. ຄຽງຂ້າງນັ້ນ, ພັດທະນາເສດຖະກິດນະຄອນຫຼວງຢ່າງໝັ້ນຄົງ, ມີຄຸນນະພາບ, ປະສິດທິຜົນກຳລັງແກ່ງແຍ້ງສູງ. ນະຄອນຫຼງຕ້ອງແມ່ນບ່ອນພັດທະນາຢ່າງແຮງບັນດາຂະແໜງ, ການບໍລິການທີ່ມີຄຸນນະພາບສູງ, ເຕັກນິກສູງ, ມີລະດັບການນຳໃຊ້ເຕັກໂນໂລຢີ ແລະ ພູມປັນຍາສູງ“.
ພາຍຫຼັງ 5 ປີ ແຫ່ງການເປີດກວ້າງເຂດບໍລິຫານ, ເສດຖະກິດນະຄອນຫຼວງສືບຕໍ່ເຕີບໂຕ, ຈີດີພີກວມກວ່າ 10% ຂອງທົ່ວປະເທດ. ລາຍຮັບສະເລ່ຍໃສ່ຫົວຄົນປີ 2012 ບັນລຸ 2257 USD, ຫຼາຍທົບ 1,33 ເທົ່າ ເມື່ອທຽບໃສ່ປີ 2008.