ຮ່າໂນ້ຍ ແລະ ນະຄອນໂຮ່ຈີມິນ ເພີ່ມທະວີການຮ່ວມມືກັບ ລາຊະອານາຈັກອັງກິດ

(VOVWORLD) -ວັນທີ 3 ຕຸລາ, ທີ່ການເຮັດວຽກກັບຄະນະຜູ້ຕາງໜ້າບັນດາຮາກຖານສຶກສາຂອງ ລາຊະອານາຈັກ ອັງກິດໂດຍທ່ານ Edward Vaizey, ທູດພິເສດຂອງທ່ານນາຍົກລັດຖະມົນຕີ ອັງກິດນຳໜ້າ,

 ທ່ານ ຫງວຽນດຶກຈຸງ ປະທານຄະນະກຳມະການປະຊາຊົນ ນະຄອນ ຮ່າໂນ້ຍ ໄດ້ຢັ້ງຢືນວ່າ ການລົງທຶນເຂົ້າການສຶກສາ ບຳລຸງສ້າງ ແມ່ນການລົງທຶນໃຫ້ແກ່ອະນາຄົດ ແລະ ຕີລາຄາສູງສະພາບແວດລ້ອມແຫ່ງການສຶກສາບຳລຸງສ້າງຂອງ ລາຊະອານາຈັກ ອັງກິດ. ພ້ອມທັງເນັ້ນໜັ້ກວ່າ: ນະຄອນພວມມີແຜນການນຳພາສາຕ່າງປະເທດ, ເປັນຕົ້ນແມ່ນພາສາອັງກິດ ແລະ ວິຊາຄອມພິວເຕີກາຍເປັນວິຊາບັງຄັບ  ຢູ່ທຸກຂັ້ນສຶກສາ. ຮ່າໂນ້ຍປາດຖະໜາຢາກໃຫ້ ອັງກິດ ໜູນຊ່ວຍສ້າງຫຼັກສູດລາຍການບຳລຸງສ້າງພາສາຕ່າງປະເທດທີ່ບັນລຸມາດຕະຖານໃຫ້ແກ່ຖັນແຖວຄູອາຈານ.

ຮ່າໂນ້ຍ ແລະ ນະຄອນໂຮ່ຈີມິນ ເພີ່ມທະວີການຮ່ວມມືກັບ ລາຊະອານາຈັກອັງກິດ - ảnh 1 ທ່ານ ຫງວຽນດຶກຈຸງ ແລະ ທ່ານ Edward Vaizey (ພາບ: TTXVN)

        ຕອນບ່າຍວັນທີ 3 ຕຸລາ, ທ່ານ ເລແທັງລຽມ ຮອງປະທານຜູ້ປະຈຳການຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ທີ່ໄດ້ໃຫ້ການຕ້ອນຮັບທ່ານ Conor Burns, ສະມາຊິກສະພາແຫ່ງຊາດ, ລັດຖະມົນຕີກະຊວງການຄ້າສາກົນ ລາຊະອານາຈັກ ອັງກິດ ທີ່ພວມຢ້ຽມຢາມ ແລະ ເຮັດວຽກ ຢູ່ ຫວຽດນາມ. ນະທີ່ນີ້, ທ່ານ ເລແທັງລຽມໃຫ້ຮູ້ວ່າ ນະຄອນໂຮ່ຈີມິນ ໃຫ້ຄຳໝັ້ນສັນຍາສ້າງເງື່ອນໄຂສະດວກໃຫ້ແກ່ບັນດາວິສາຫະກິດຕ່າງປະເທດ, ໃນນັ້ນມີວິສາຫະກິດຂອງອັງກິດມາລົງທຶນ, ທຳມາຫາກິນຍາວນານຢູ່ ນະຄອນ.

        ສ່ວນທ່ານ Conor Burns ຢັ້ງຢືນຄວາມຕັດສິນໃຈຂອງລັດຖະບານ ອັງກິດ ແມ່ນແນໃສ່ເພີ່ມທະວີການຮ່ວມມືດ້ານການຄ້າກັບ ຫວຽດນາມ ເວົ້າລວມ ແລະ ບັນດາທ້ອງຖິ່ນ ຂອງ ຫວຽດນາມເວົ້າສະເພາະ, ໃນນັ້ນມີນະຄອນ ໂຮ່ຈີມິນ, ປະກອບສ່ວນເຮັດໃຫ້ການພົວພັນອັນດີງາມລະຫວ່າງ ສອງປະເທດເລິກເຊິ່ງກ່ວາອີກ.

ຕອບກັບ

ຂ່າວ/ບົດ​ອື່ນ