ຊາວຫວຽດນາມ ຄັດຄ້ານກະທຳຜິດກົດໝາຍຂອງຈີນ
ພາບ:dantri.com.vn
|
(vovworld)-ຕໍ່ຫນ້າເລື່ອງຈີນນຳຮ້ານເຈາະນ້ຳມັນເຂົ້າເຄື່ອນໄຫວຢູ່ເຂດທະເລຂອງຫວຽດນາມ ໂດຍບໍ່ຫົວຊາຕໍ່ກົດໝາຍສາກົນ, ລະເມີດອະທິປະໄຕຂອງຫວຽດນາມ, ວັນທີ 13/5, ສະມາຄົມນັກຮົບເກົ່າຫວຽດນາມ ແລະ ສະຫະພັນແມ່ຍິງ ຫວຽດນາມ ໄດ້ອອກຖະແຫລງການ ຄັດຄ້ານການກະທຳທີ່ຜິດພາດຂອງຈີນ. ສະມາຄົມນັກຮົບເກົ່າ ຫວຽດນາມ ຮຽກຮ້ອງຝ່າຍຈີນ ຈົ່ງຢຸດຕິທຸກການເຄື່ອນໄຫວທີ່ຜິດກົດໝາຍ ແລະ ຖອນຮ້ານເຈາະນ້ຳມັນ ພ້ອມກັບບັນດາກຳປັ່ນອອກຈາກເຂດທະເລຂອງຫວຽດນາມ ບໍ່ໃຫ້ການກະທຳຄ້າຍຄືກັນເກີດຂຶ້ນອີກໃນອະນາຄົດ.
ບັນດາສະມາຄົມອອກສຽງຄັດຄ້ານການກະທຳຜິດກົດໝາຍຂອງຈີນ
ຕໍ່ໜ້າການກະທຳຜິດກົດໝາຍຂອງ ຈີນ, ຕັ້ງຮ້ານເຈາະນ້ຳມັນໄຮຢາງ 981 ໃນເຂດເສດຖະກິດຈຳເພາະ ແລະ ເຂດໄຫຼ່ທະວີບຂອງຫວຽດນາມ, ສະມາຄົມມິດຕະພາບ ຫວຽດນາມ - ຈີນ ສັງກັດສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ໄດ້ສົ່ງສານດ່ວນເຖິງສະມາຄົມມິດຕະພາບ ຈີນ - ຫວຽດນາມ. ສານໄດ້ຊີ້ແຈ້ງວ່າ: “ກຳ່ປັນບາງລຳຂອງຈີນ ໄດ້ຕັ້ງໃຈຕຳ່ໃສ່ບັນດາກຳ່ປັນຂອງ ຫວຽດນາມ ທີ່ພວມເຄື່ອນໄຫວປະຕິບັດກົດໝາຍຢູ່ເຂດເສດຖະກິດຈຳເພາະ ແລະ ເຂດໄຫຼ່ທະວີບຂອງ ຫວຽດນາມ, ນາບຂູ່ເຖິງຊີວິດອິນຊີ ແລະ ກໍ່ຄວາມເສຍຫາຍກ່ຽວກັບຊັບສິນຂອງກຳລັງກວດກາການປະມົງ”. ສະມາຄົມມິດຕະພາບ ຫວຽດນາມ - ຈີນ ສະເໜີໃຫ້ສະມາຄົມມິດຕະພາບ ຈີນ - ຫວຽດນາມ “ອອກສຽງດ້ວຍມີຄວາມຮັບຜິດຊອບ, ລາຍງານຕໍ່ບັນດາອົງການມີສິດອຳນາດຂອງ ຈີນເພື່ອແກ້ໄຂຢ່າງເໝາະສົມ, ສັນຕິພາບ ແລະ ເຈລະຈາເພື່ອແນໃສ່ປະຕິບັດຂໍ້ຕົກລົງ ແລະ ຄວາມຮັບຮູ້ລວມລະຫວ່າງການນຳ 2 ປະເທດ ແລະ ຂໍ້ຕົກລົງກ່ຽວກັບຫຼັກການພື້ນຖານຊີ້ນຳແກ້ໄຂບັນຫາບົນທະເລ ຫວຽດນາມ - ຈີນ”, ພ້ອມທັງຮຽກຮ້ອງໃຫ້ “ບັນດາກຳລັງຂອງ ຈີນ ຢຸດຕິການເຄື່ອນໄຫວເກາະຜິດ, ຖອນຮ້າຍເຈາະນ້ຳມັນ, ບໍ່ເຮັດໃຫ້ສະພາບເຄັ່ງຕຶງຕື່ມອີກ.”
ໃນຂະນະນັ້ນ, ຕອນເຊົ້າວັນທີ 14/5, ສະມາຄົມອາຊີບຫາປາ ຫວຽດນາມ ໄດ້ຈັດຕັ້ງງານໂຮມຊຸມນຸມມິດຕິງຄັດຄ້ານການກະທຳຂອງ ຈີນ ລະເມີດອະທິປະໄຕເຂດນ່ານທະເລ, ໝູ່ເກາະຂອງ ຫວຽດນາມ ແລະ ຮຽກຮ້ອງໃຫ້ ຈີນ ຢຸດຕິການເຄື່ອນໄຫວລວງລ້ຳເຂດເສດຖະກິດຈຳເພາະ ແລະ ເຂດໄຫຼ່ທະວີບຂອງ ຫວຽດນາມ.
ແລະກໍ່ໃນຕອນເຊົ້າວັນດຽວກັນ, ຢູ່ນະຄອນ ໂຮ່ຈີມິນ, ຄະນະກຳມະການສັນຕິພາບ ແລະ ກອງທຶນສັນຕິພາບ ແລະ ພັດທະນານະຄອນ ໂຮ່ຈີມິນ ໄດ້ອອກຖະແຫຼງການຊີ້ແຈ້ງວ່າ: ພ້ອມກັບປະຊາຊົນນະຄອນ ໂຮ່ຈີມິນ ແລະ ທົ່ວປະເທດ, ຄະນະກຳມະການສັນຕິພາບ ແລະ ກອງທຶນສັນຕິພາບ ແລະ ພັດທະນານະຄອນ ໂຮ່ຈີມິນ ສະໜັບສະໜູນຫຼັກໝັ້ນຂອງລັດຖະບານ ຫວຽດນາມ, ສະໜັບສະໜູນຈົດໝາຍລົງວັນທີ 10/5/2014 ຂອງຄະນະກຳມະການສັນຕິພາບ ຫວຽດນາມ ຝາກເຖິງສະຫະສະມາຄົມປະຊາຊົນ ຈີນ ເພື່ອສັນຕິພາບ ແລະ ຫລຸດກຳລັງທັບ, ສະໜັບສະໜູນຖະແຫຼງການເມື່ອວັນທີ 11/5/2014 ຂອງກອງທຶນສັນຕິພາບ ແລະ ພັດທະນາ ຫວຽດນາມ, ຄັດຄ້ານບັນດາການກະທຳຜິດກົດໝາຍດັ່ງກ່າວຂອງ ຈີນ ຢ່າງຮຸນແຮງ.
ໃນຂະນະນັ້ນ, ຄະນະບໍລິຫານງານສະມາຄົມຊາວ ຫວຽດນາມ ອາໄສຢູ່ Angola ແລະ ສະມາຄົມມິດຕະພາບ ມົງໂກນ - ຫວຽດນາມ ໄດ້ອອກຖະແຫຼງການຢືນຢັນວ່າ: ການກະທຳຂອງ ຈີນ ຢູ່ທະເລຕາເວັນອອກໄດ້ລະເມີດຂໍ້ຕົກລົງລະຫວ່າງການນຳຂັ້ນສູງ 2 ປະເທດ ຫວຽດນາມ ແລະ ຈີນ, ສົ່ງຜົນສະທ້ອນຢ່າງຍໍ້ທໍ້ເຖິງນ້ຳໃຈມິດຕະພາບລະຫວ່າງ ປະຊາຊົນ 2 ປະເທດ ຫວຽດນາມ - ຈີນ.
ປະຊາຄົມຊາວຫວຽດນາມອາໄສຢູ່ຕ່າງປະເທດຄັດຄ້ານການກະທຳຂອງຈີນ
ວັນທີ 13/5, ສະມາຄົມຊາວຫວຽດນາມ ອາໄສຢູ່ ຝລັ່ງ ໄດ້ຄັດຄ້ານເລື່ອງຈີນ ນຳຮ້ານເຈາະນ້ຳມັນ ເຂົ້າເຄື່ອນໄຫວຢູ່ເຂດເສດຖະກິດຈຳເພາະ ແລະໄຫລ່ທະວີບ ຂອງຫວຽດນາມ ແລະ ຖືວ່າ: ການກະທຳຂອງຈີນ ແມ່ນລະເມີດອະທິປະໄຕເຂດທະເລຂອງຫວຽດນາມ. ສະມຄົມຊາວຫວຽດນາມ ອາໄສຢູ່ ຝລ່ັງ ຮຽກຮ້ອງໃຫ້ຝ່າຍ ຈີນ ຈົ່ງເຄົາລົບອະທິປະໄຕຂອງຫວຽດນາມ. ໃນວັນດຽວກັນ, ສະມາຄົມຊາວຫວຽດນາມ ອາໄສຢູ່ ມາເລເຊຍ ເນັ້ນຫນັກວ່າ: ເລື່ອງຈີນ ນຳຮ້ານເຈາະນ້ຳມັນ ແລະ ກຳປັ່ນເຂົ້າເຄື່ອນໄຫວຢູ່ເຂດເສດຖະກິດຈຳເພາະ ແລະ ໄຫລ່ທະວີບຂອງຫວຽດນາມ ແມ່ນລະເມີດກົດໝາຍສາກົນ.
ກ່ອນຫນ້ານັ້ນ, ປະຊາຄົມຊາວຫວຽດນາມ ອາໄສຢູ່ ຢູແກຼນ ໄດ້ຈັດຕັ້ງການເດີນຂະບວນຕໍ່ຫນ້າສະຖານທູດ ຈີນ ຢູ່ ກີແອບ ຮຽກຮ້ອງໃຫ້ຝ່າຍຈີນ ຈົ່ງເຄົາລົບກົດໝາຍສາກົນ.