(ພາບປະກອບຈາກ Bloomberg)
|
(vovworld) – ກ່ອນທີ່ຈັດກອງປະຊຸມສຳຄັນ 2 ຄັ້ງຂອງບັນດາລັດຖະມົນຕີວ່າການກະຊວງການເງິນ ບັນດາປະເທດສະມາຊິກເຂດໃຊ້ສະກຸນເງິນ ເອີໂຣ ລວມ (Eurozone) ແລະ ສະຫະພາບ ເອີລົບ (ອີຢູ) ກ່ຽວກັບບັນຫາບ້ວງໜີ້ຂອງ ເກຼັກ, ວັນທີ 9/2, ທ່ານນາຍົກລັດຖະມົນຕີ ເກຼັກ Alexis Tsipras ໄດ້ສະແດງຄວາມປະເອີບໃຈຕໍ່ແງ່ຫວັງ Athens ບັນລຸໄດ້ຂໍ້ຕົກລົງກັບບັນດາຄູ່ຮ່ວມມືສາກົນທີ່ກ່ຽວຂ້ອງເຖິງບັນດາບ້ວງເງິນໜູນຊ່ວຍຂອງປະເທດນີ້. ກ່າວຄຳເຫັນຕໍ່ວົງການນັກຂ່າວຢູ່ນະຄອນຫຼວງ Vienna ຂອງ ປະເທດ ໂອຕຣິດ, ທ່ານ Tsipras ເນັ້ນໜັກວ່າ: ບັນດາຝ່າຍເຈລະຈາລ້ວນແຕ່ມີຄວາມຫວັງລວມແມ່ນຢາກແກ້ໄຂວິກິດການໃນປະຈຸບັນຢູ່ ເກຼັກ ແລະ ທ່ານ ເຊື່ອມໝັ້ນວ່າ: ເກຼັກ ຈະບັນລຸໄດ້ຂໍ້ຕົກລົງກັບບັນດາຄູ່ຮ່ວມມື ເອີລົບ ໂດຍໄວ.