ເກີດການຈາລະຈົນຢູ່ ປາກິດສະຖານ ພາຍຫຼັງຈັບຕົວອະດີດນາຍົກລັດຖະມົນຕີ Imran Khan
(VOVWORLD) -ບັນດາການແຫ່ຂະບວນປະທ້ວງໃຊ້ຄວາມຮຸນແຮງໄດ້ເກີດຂຶ້ນຢູ່ທົ່ວປະເທດ ປາກິດສະຖານ, ລວມທັງຢູ່ ສຳນັກງານກອງບັນຊາການ ກອງທັບ ແລະ ເຮືອນສ່ວນຕົວຂອງຜູ້ບັນຊາການກອງທັບປະກິດສະຖານ ຢູ່ Islamabad ພາຍຫຼັງທີ່ ທ່ານອະດີດນາຍົກລັດຖະມົນຕີ ປາກິດສະຖານ Imran Khan ຖືກກອງທັບປະເທດນີ້ຈັບຕົວຢ່າງກະທັນຫັນ.
ການຈາລະຈົນເກີດຂຶ້ນຢູ່ທົ່ວປະເທດ ປາກິດສະຖານ (ພາບ: Reuters) |
ວັນທີ 9 ພຶດສະພາ, ຢູ່ Islamabad, ທ່ານອະດີດນາຍົກລັດຖະມົນຕີ ປາກິດສະຖານ Imran Khan ຖືກກອງທັບປະເທດນີ້ຈັບຕົວຢ່າງກະທັນຫັນ ຍ້ອນມີສ່ວນກ່ຽວຂ້ອງເຖິງບາງຄະດີສໍ້ລາດບັງຫຼວງເຮັດໃຫ້ຄັງເງິນແຫ່ງຊາດຮົ່ວໄຫຼ.
ຫຼັງຈາກນັ້ນ, ໃນວັນດຽວກັນ ບັນດາການແຫ່ຂະບວນປະທ້ວງໃຊ້ຄວາມຮຸນແຮງໄດ້ເກີດຂຶ້ນຢູ່ທົ່ວປະເທດ ປາກິດສະຖານ, ລວມທັງຢູ່ ສຳນັກງານກອງບັນຊາການ ກອງທັບ ແລະ ເຮືອນສ່ວນຕົວຂອງຜູ້ບັນຊາການກອງທັບປະກິດສະຖານ ຢູ່ Islamabad.
ຜູ້ແຫ່ຂະບວນປະທ້ວງ ໄດ້ຈູດທໍາລາຍ, ຍົກປ້າຍຄຳຂວັນສະແດງຄວາມໂກດແຄ້ນຕໍ່ການຈັບຕົວອະດີດນາຍົກລັດຖະມົນຕີ. ມີຕຳຫຼວດ 5 ຄົນຖືກຮັບບາດເຈັບ ແລະ ຜູ້ແຫ່ຂະບວນປະທ້ວງ 43 ຄົນຖືກຈັບຕົວ. ວຽກງານປ້ອງກັນຄວາມສະຫງົບໄດ້ປະຕິບັດໃນທົ່ວປະເທດ ປາກິດສະຖານຢ່າງເຄັ່ງຄັດ.
ຢຸງຮວ່າງ - ນັກຂ່າວ VOV ປະຈຳ ອິນເດຍ.