ເກີດການ​ປະ​ທະ​ກັນ​ຢູ່ ຊູ​ດັງ ເຮັດ​ໃຫ້​ປະ​ຊາ​ຊົນຫຼາຍ​ກວ່າ 4 ລ້ານ​ຄົນ​ຕ້ອງອົບ​ພະ​ຍົບ​ໄປ​ແຫ່ງ​ອື່ນ

(VOVWORLD) - ໄດ້ມີປະຊາຊົນກວ່າ 4 ລ້ານຄົນຕ້ອງອົບພະຍົບໄປແຫ່ງອື່ນ ຍ້ອນວິກິດການເກີດຂຶ້ນຢູ່ ຊູດັງ ໃນປັດຈຸບັນ ແລະ ສະພາບຫຼັກອະນາໄມພວມຫຼຸດລົງໃນທົ່ວປະເທດ. 
ເກີດການ​ປະ​ທະ​ກັນ​ຢູ່ ຊູ​ດັງ ເຮັດ​ໃຫ້​ປະ​ຊາ​ຊົນຫຼາຍ​ກວ່າ 4 ລ້ານ​ຄົນ​ຕ້ອງອົບ​ພະ​ຍົບ​ໄປ​ແຫ່ງ​ອື່ນ - ảnh 1ລົດທະຫານຢູ່ Omdurman, ຊູດັງ, ໃນວັນທີ 13/7/2023 (ພາບ: AFP/TTXVN)

ວັນທີ 8 ສິງຫາ, ຂ້າຫຼວງໃຫຍ່ ສປຊ ກ່ຽວກັບຊາວລີ້ໄພ (UNHCR) ໃຫ້ຮູ້ວ່າ ໄດ້ມີປະຊາຊົນກວ່າ 4 ລ້ານຄົນຕ້ອງອົບພະຍົບໄປແຫ່ງອື່ນ ຍ້ອນວິກິດການເກີດຂຶ້ນຢູ່ ຊູດັງ ໃນປັດຈຸບັນ ແລະ ສະພາບຫຼັກອະນາໄມພວມຫຼຸດລົງໃນທົ່ວປະເທດ. ຈຳນວນ 4 ລ້ານຄົນດັ່ງກ່າວ ລວມທັງບັນດາຜູ້ທີ່ຕ້ອງຫຼົບໜີ ຢູ່ພາຍໃນປະເທດ ຊູດັງ ຫຼື ອົບພະຍົບໄປຍັງປະເທດບ້ານໃກ້ເຮືອນຄຽງ ນັບແຕ່ເມື່ອການປະທະກັນເກີດຂຶ້ນ.

        ທ່ານ William Spindler ໂຄສົກຂອງ UNHCR ໃຫ້ຮູ້ວ່າ ຫຼາຍຄອບຄົວ ຕ້ອງຍົກຍ້າຍໃນຫຼາຍອາທິດ ດ້ວຍສະບຽງອາຫານ ແລະ ຢຸກຢາຈຳນວນໜ້ອຍສຸດ. ອັດຕາຄົນຂາດສານອາຫານນັບມື້ນັບເພີ່ມຂຶ້ນ ແລະ ຄວາມສ່ຽງເກີດໂລກລະບາດເກີດຂຶ້ນ ກໍຄື ອັດຕາຜູ້ເສຍຊີວິດນັບມື້ນັບສູງຂຶ້ນ. ຕາມຕົວເລກສະຖິຕິ ແລ້ວ, ໃນເວລາພຽງ 2 ເດືອນ, ນັບແຕ່ກາງເດືອນພຶດສະພາ ຫາກາງເດືອນກໍລະກົດຜ່ານມາ, ໄດ້ມີຜູ້ເສຍຊີວິດຫຼາຍກວ່າ 300 ຄົນ, ສ່ວນຫຼາຍແມ່ນເດັກມີອາຍຸຕຳກວ່າ 5 ປີ ຍ້ອນຕິດພະຍາດໝາກແດງ ແລະ ຂາດສານອາຫານ. ຕົວເລກດັ່ງກ່າວອາດຈະສືບຕໍ່ເພີ່ມຂຶ້ນ, ຖ້າຫາກວ່າການອຸປະຖຳໃຫ້ແກ່ບັນດາໂຄງການສາທາລະນະສຸກສຳຄັນຢູ່ ຊູດັງ ສືບຕໍ່ຖືກໂຈະໄວ້.


ຕອບກັບ

ຂ່າວ/ບົດ​ອື່ນ