ເກີນດຸນການຄ້າ ຫວຽດນາມ - ການາດາ ນັບມື້ນັບຜ່ອນຄາຍ
(ພາບປະກອບ)
(vovworld) – ຕາມຈຳນວນຕົວເລກຂອງອົງການສະຖິຕິ ການາດາ ແລ້ວ, ເກີນດຸນການຄ້າຂອງ ຫວຽດນາມ ກັບ ການາດາ ນັບມື້ນັບໄດ້ຜ່ອນຄາຍ. ໄລ່ຮອດທ້າຍເດືອນ 11/2016, ເກີນດຸ່ນການຄ້າລະຫວ່າງ 2 ປະເທດບັນລຸ 3,089 ຕື້ USD, ເພີ່ມຂຶ້ນ 24,6% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2015. ຕາມທ່ານ ຮ່ວາງແອງຢຸງ ທູດການຄ້າ ຫວຽດນາມ ປະຈຳ ການາດາ ແລ້ວ ຍ້ອນຜ່ອນຄາຍເກີນດຸນການຄ້າ, ຫວຽດນາມ ສືບຕໍ່ນຳໜ້າສະມາຄົມປະຊາຊາດອາຊີຕາວັນອອກສ່ຽງໃຕ້ (ອາຊຽນ) ກ່ຽວກັບວົງເງິນສົ່ງອອກໄປຍັງ ການາດາ. ບັນດາປະເພດຜະລິດຕະພັນສົ່ງອອກຂອງ ຫວຽດນາມ ມີວົງເງິນເພີ່ມຂຶ້ນສູງຍັງຄົງແມ່ນ ເຄື່ອງຈັກ, ອຸປະກອນໄຟຟ້າ ແລະ ເຄື່ອງເອເລັກໂຕນິກ; ເກີບໜັງທຸກຊະນິດ…ໃນຈຳນວນປະເພດສິນຄ້າສົ່ງອອກ, ໂທລະສັບມືຖືມີລະດັບເຕີບໂຕໄວທີ່ສຸດ.