ເກີນເທີ:ໄຂງານວາງສະແດງດ້ວຍຫົວຂໍ້“ອະທິປະໄຕຫວຽດນາມຢູ່ທະເລຕາເວັນອອກແລະຮ່ວາງຊາ-ເຈື່ອງຊາ”
ງານວາງສະແດງໄດ້ດຶງດູດການເຂົ້າຮ່ວມຂອງຜູ້ມາຊົມເປັນຈຳນວນຫຼາຍ
(ພາບ: Duy Khương/TTXVN)
(vovworld) – ຕອນເຊົ້າວັນທີ 26/8, ທີ່ຫໍພິພິດທະພັນນະຄອນ ເກີນເທີ ໄດ້ໄຂງານວາງສະແດງດ້ວຍຫົວຂໍ້ວ່າ “ອະທິປະໄຕຫວຽດນາມ ຢູ່ທະເລຕາເວັນອອກ ແລະ ຮ່ວາງຊາ - ເຈື່ອງຊາ” ແນະນຳແຜນທີ່ເດີມຂອງ ຫວຽດນາມ ແລະ ສາກົນ 90 ແຜ່ນ, ພ້ອມກັບເອກະສານ, ວັດຖຸພັນ, ຮູບພາບກ່ວາ 100 ຢ່າງເຊິ່ງແມ່ນເອກະສານວິທະຍາສາດ ແລະ ເປັນພະຍານຫຼັກຖານຢັ້ງຢືນອະທິປະໄຕຂອງ ຫວຽດນາມ ຢູ່ທະເລຕາເວັນອອກ ແລະ ສຳລັບ 2 ໝູ່ເກາະ ຮ່ວາງຊາ - ເຈື່ອງຊາ. ບັນດາຮູບແບບເອກະສານກ່ຽວກັບຊີວິດ, ການດຳເນີນຊີວິດຂອງພະນັກງານ, ນັກຮົບ, ປະຊາຊົນໃນເກາະແຫ່ງຕ່າງໆຂຶ້ນກັບໝູ່ເກາະ ເຈື່ອງຊາ ກໍ່ຄືບັນດາການເຄື່ອນໄຫວແທດຈິງຂອງພະນັກງານ, ນັກຮົບ, ປະຊາຊົນໃນເຂດດິນຕໍ່ແຜ່ນ, ໃນນັ້ນມີນະຄອນ ເກີນເທີມຸ່ງໄປສູ່ເຂດທະເລ, ໝູ່ເກາະຂອງບ້ານເກີດເມືອງນອນ. ທ່ານ ດັ້ງທ໋າຍຮ່ວາ, ຮອງຜູ້ອຳນວຍການພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວນະຄອນ ເກີນເທີ, ໃຫ້ຮູ້ວ່າ:
“ຕາມການຊີ້ນຳຂອງຄະນະກຳມະການປະຊາຊົນນະຄອນ ແລະ ຂອງລະບົບການເມືອງຂອງນະຄອນ ເກີນເທີ ແລ້ວ, ນອກຈາກງານວາງສະແດງແນະນຳຮູບພາບເປັນພື້ນຖານຢັ້ງຢືນໝູ່ເກາະ ເຈື່ອງຊາ - ຮ່ວາງຊາ ແມ່ນຂອງ ຫວຽດນາມ ນັ້ນ. ບັນດາຂະແໜງການ, ອົງການຈັດຕັ້ງຈະສືບຕໍ່ໂຄສະນາເຖິງພໍ່ແມ່ປະຊາຊົນ, ເຖິງສະມາຊິກ, ສະມາຊິກຄະນະຊາວໜຸ່ມຂອງຕົນ. ສຳລັບຂະແໜງວັດທະນະທຳ ພວກເຮົາຕ້ອງມີການໂຄສະນາ ດ້ວຍພາບລະດົມກຳລັງໃຈ, ປ້າຍຄຳຂວັນເພື່ອສືບຕໍ່ໂຄສະນາໃຫ້ປະຊາຊົນເຂົ້າໃຈ, ພິເສດແມ່ນລຸ້ນໜຸ່ມ. ຈາກນັ້ນ, ຍົກສູງນ້ຳໃຈຮັກຊາດ, ຄວາມຕັດສິນໃຈປົກປັກຮັກສາປະເທດຊາດ, ປົກປັກຮັກສາຜືນແຜ່ນດິນອັນຄົບຖ້ວນຂອງປະເທດຕົນ.”