ເກືອບ300ຄົນເສຍຊີວິດຍ້ອນແດດຮ້ອນແກ່ຍາວຢູ່ອິນເດຍ

ເກືອບ300ຄົນເສຍຊີວິດຍ້ອນແດດຮ້ອນແກ່ຍາວຢູ່ອິນເດຍ - ảnh 1
ເກືອບ300ຄົນເສຍຊີວິດຍ້ອນແດດຮ້ອນແກ່ຍາວຢູ່ອິນເດຍ
(ພາບ​ປະ​ກອບ: Reuters)

(vovworld) - ຈຳ​ນວນ​ປະ​ຊາ​ຊົນ​ເສຍ​ຊີ​ວິດ​ຍ້ອນ​ແດດ​ຮ້ອນ​ທີ່​ແກ່​ຍາວຢ​ູ່​ປະ​ເທດ​ອາ​ຊີໃຕ້ນີ້ ສືບ​ຕໍ່​ເພີ່ມ​ຂຶ້ນ. ຕາມ​​ຕົວ​ເລກສະ​ຖິ​ຕິ​ແລ້ວ, ສະ​ເພາະ​ວັນ​ທີ 23/04, ຢ​ູ່​ລັດ Orissa ຢ່າງ​ໜ້ອຍ​ສຸດ​ມີ 79 ຄົນ​ເສຍ​ຊີ​ວິດ​ຍ້ອນ​ແດດ​ຮ້ອນ, ໃນ​​ຂະ​ນະ​ນັ້ນ, ຢ​ູ່​ລັດ Telangana ​ມີ 49 ຄົນ, ຍົກ​ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ຍ້ອນ​ແດດ​ຮ້ອນ​ໃນ​ທົ່ວ​ປະ​ເທດ​ອິນ​ເດຍ ຂຶ້ນ​ເກືອ​ບ 300 ຄົນ. ອຸນ​ຫະ​ພູມ​ຢູ່ລັດ Orissa ​ໄດ້​​ເພີ່ມຂຶ້​ນ​​ສູງເຖິງ 48 ອົງ​ສາ C. ນີ້​ແມ່ນ​ລັດ​ທີ່​ມີ​ຈຳ​ນວນ​ຜູ້​ເສຍ​ຊີວ​ິດ​​ຍ້ອນ​ແດດ​ຮ້ອນຫຼາຍກວ່າ​ໝູ່​ຢູ່​ອິນ​ເດຍ, ດ້ວຍ​ຈຳ​ນວນ 125 ຄົນ. ອຳ​ນາດ​ການ​ປົກ​ຄອງ​ລັດ​ໄດ້​ອອກ​ຄຳ​ສັ່ງ​ປິດ​ປະ​ຕູ​ໂຮງ​ຮຽນ​ຫຼາຍ​ແຫ່ງ​ຢ​ູ່​ບາງ​ເຂດ, ພ້ອມ​ທັງ​ຕັກ​ເຕືອນ​ໃຫ້​ປະ​ຊ​າ​ຊົນ​​ຫຼີ​ກ​ລ້ຽງ​ການ​ສຳ​ພັດກັບ​ແສງ​ແ​ດດ​​​ໃນ​ຕອນ​ແລງ. ແ​ດດ​ຮ້​ອນ​ຄັ້ງ​ນີ້ ຄາດ​ວ່າ​ຈະ​​ສືບ​ຕໍ່ແກ່​ຍາວ ແລະ ອຳ​ນາດ​ການ​ປົກ​ຄອງ​ທ້ອງ​ຖິ່ນ​ກໍ່​ພວມ​ຕັ້ງ​ໜ້າ​ກະ​ກຽມ​ຮັບ​ມື​ກັບ​ສະ​ພາບ​ຮີບດ່ວນນີ້.

ຂ່າວ/ບົດ​ອື່ນ