(ພາບປະກອບ)
(vovworld) – ເຂດຕາເວັນຕົກສຽງເໜືອຊຸກຍູ້ການຮ່ວມສຳພັນ ແລະ ພັດທະນາ
ກະສິກຳ, ດ້ວຍຫົວຂໍ້ “ຮ່ວມສຳພັນລະບົບມູນຄ່າໃນການຜະລິດເພື່ອຂະແໜງການກະສິກຳພັດທະນາແບບຍືນຍົງ”, ງານຕະຫລາດນັດກະສິກຳ ແລະ ການຄ້າເຂດຕາເວັນຕົກສຽງເໜືອປີ 2015 ຖືກໄຂຂຶ້ນໃນຕອນຄ່ຳວັນທີ 23/9, ຢູ່ແຂວງ ຕວຽນກວາງ. ງານຕະຫລາດນັດມີຮ້ານວາງສະແດງ 250 ຮ້ານທີ່ມາຈາກບັນດາແຂວງພາກເໜືອ ແລະ ແຂວງ ຕວຽນກວາງ ພ້ອມກັບຜະລິດຕະພັນຕ່າງໆຄື: ພາຫະນະເຄື່ອງຈັກຮັບໃຊ້ການຜະລິດ, ການປຸງແຕ່ງຜະລິດຕະພັນກະເສດ ເຄື່ອງປ່າຂອງດົງ, ສິນໃນນ້ຳ; ວັດຖຸ, ຝຸ່ນເຄມີ, ຢາປາບສັດຕູພືດ, ຢາປົວພະຍາດສັດ; ເຕັກໂນໂລຢີ ຊີວະ, ວິທະຍາສິນໃນນ້ຳ…ທ່ານ ເລຕ໋ຽນທັ໋ງ, ຜູ້ອຳນວຍການພະແນກກະສິກຳ ແລະ ພັດທະນາຊົນນະບົດແຂວງ ຕວຽນກວາງ, ຮອງຫົວໜ້າຄະນະຈັດຕັ້ງງານຕະຫລາດນັດ ໃຫ້ຮູ້ວ່າ:
“ ໂດຍຜ່ານງານຕະຫລາດນັດ, ແຂວງ ຕວຽນກວາງ ແລະ ບັນດາແຂວງເຂດຕາເວັນຕົກສຽງເໜືອ ຈະສາມາດດຶງດູດຄວາມສົນໃຈຈາກບັນດາວິສາຫະກິດຫລາຍແຫ່ງ ເພື່ອເປີດກ້ວາງການຮ່ວມສຳພັນຜັນຂະຫຍາຍບັນດາໂຄງການພັດທະນາກະສິກຳຊົນນະບົດ. ໃນນັ້ນ, ພິເສດແມ່ນບັນດາໂຄງການຮ່ວມສຳພັນສ້າງບັນດາເຂດຜະລິດແບບກະເສດສຸມຕາມມາດຖານກະສິກຳດີຂອງ ຫວຽດນາມ ແລະ ສາກົນ, ຕິດພັນກັບການຮັກສາປຸງແຕ່ງ ແລະ ຮັບປະກັນການຈຳໜ່າຍຜະລິດຕະພັນໃຫ້ຊາວກະສີກອນ”.
ງານຕະຫລາດນັດກະສິກຳ ແລະ ການຄ້າເຂດຕາເວັນຕົກສຽງເໜືອປີ 2015 ຈະດຳເນີນຮອດວັນທີ 27/9 ຈຶ່ງອັດລົງ.