ເຂດທົ່ງພຽງແມ່ນ້ຳຂອງດຶງດູດວິສາຫະກິດລົງທຶນດຳເນີນທຸລະກິດ logistics
(ກອງປະຊຸມດຶງດູດການລົງທຶນ,
ດຳເນີນທຸລະກິດ logistics ເຂດທົ່ງພຽງແມ່ນ້ຳຂອງ)
(vovworld) - ວັນທີ 09/01, ຢູ່ກອງປະຊຸມດຶງດູດການລົງທຶນ, ດຳເນີນທຸລະກິດ logistics ເຂດທົ່ງພຽງແມ່ນ້ຳຂອງ ໂດຍກະຊວງອຸດສາຫະກຳການຄ້າ ສົມທົບກັບຄະນະຊີ້ນຳເຂດຕາເວັນຕົກພາກໃຕ້ ແລະ ສະຫະສະມາຄົມວິສາຫະກິດການບໍລິການ logistics ຫວຽດນາມ ຈັດຕັ້ງຢູ່ນະຄອນເກີນເທີ, ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ປາດຖະໜາຈະມີນັກລົງທຶນໃໝ່ຫຼາຍກວ່າ ເປີດກວ້າງການລົງທຶນດຳເນີນທຸລະກິດ logistics ຢູ່ທີ່ນີ້. ພ້ອມທັງ, ເພື່ອສືບຕໍ່ຍູ້ແຮງການລົງທຶນ, ດຳເນີນທຸລະກິດ logistics ເຂົ້າເຂດທົ່ງພຽງແມ່ນ້ຳຂອງ, ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ສະເໜີໃຫ້ບັນດາທ້ອງຖິ່ນຕ້ອງຊາບຊຶມຈິດໃຈຂອງລັດຖະບານ ກ່ຽວກັບການພັດທະນາເສດຖະກິດ, ພັດທະນາວິສາຫະກິດ, ສ້າງກົງຈັກບໍລິຫານຮັບໃຊ້, ສັດຊື່ບໍລິສຸດ, ກະທຳ, ສ້າງຄວາມສະດວກໃຫ້ບັນດາວິສາຫະກິດຜະລິດດຳເນີນທຸລະກິດ. ຜ່ານນັ້ນ, ສ້າງການຫັນປ່ຽນຢ່າງແຮງໃນການດຶງດູດການລົງທຶນ, ດຳເນີນທຸລະກິດ, ຮັບປະກັນການພັດທະນາເສດຖະກິດ.
ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ສຸມໃສ່ສະເໜີ, ໄຈ້ແຍກ, ຕີລາຄາກ່ຽວກັບສະພາບການຕົວຈິງຂອງເສດຖະກິດສັງຄົມ, ພື້ນຖານໂຄງລ່າງດ້ານ logistics, ບັນດາຄວາມສາມາດບົ່ມຊ້ອນ, ທ່າແຮງ, ແງ່ຫວັງ ແລະ ບັນດາຄວາມຫຍຸ້ງຍາກເມື່ອລົງທຶນ logistics ເຂົ້າເຂດນີ້.
ທີ່ກອງປະຊຸມ, ຜູ້ຕາງໜ້າບັນດານັກລົງທຶນຢູ່ພາຍໃນ ແລະ ຕ່າງປະເທດໄດ້ລົງນາມໃນບົດບັນທຶກຊ່ວຍຈຳ ການຮ່ວມມືລົງທຶນກັບບັນດາອົງການກ່ຽວຂ້ອງຂອງຫວຽດນາມ.