ເຂັ້ມ​ຂົ້ນ​ໄປ​ດ້ວຍສີ​ສັນ​ຂອງ​ຊຸດ​ເສື້ອ​ຍາວ​ ຫວຽດ​ນາມໃນ​ລາຍ​ການ​ສີ​ສັນ​ລະ​ດູ​ບານ​ໃໝ່ 2022

(VOVWORLD) -ຕອນຄ່ຳວັນທີ 8 ມັງກອນ ຢູ່ Praha, ນະຄອນຫຼວງຂອງສາທາລະນະລັດ ເຊັກໂກ, ໄດ້ດຳເນີນລາຍການສິລະປະສີສັນລະດູບານໃໝ່ 2022, ພາຍໃຕ້ການອຸປະຖຳຂອງ ສະຫະສະມາຄົມ ຊາວ ຫວຽດນາມ ອາໄສຢູ່ ເອີຣົບ, ສະມາຄົມວັດທະນະທຳສິລະປະຢູ່ ເຊັກໂກ ຈັດຂຶ້ນ.
ເຂັ້ມ​ຂົ້ນ​ໄປ​ດ້ວຍສີ​ສັນ​ຂອງ​ຊຸດ​ເສື້ອ​ຍາວ​ ຫວຽດ​ນາມໃນ​ລາຍ​ການ​ສີ​ສັນ​ລະ​ດູ​ບານ​ໃໝ່ 2022 - ảnh 1ການສະແດງຊຸດອາພອນປະຈຳຊາດຂອງບັນດາພັນລະຍາຜູ້ຕາງໜ້າບັນດາເຂດ, ພາກທີ່ມາຈາກບັນດາປະເທດເອີຣົບ 

ຈຸດພົ້ນເດັ່ນໃນລາຍການດັ່ງກ່າວແມ່ນການສະແດງຊຸດອາພອນປະຈຳຊາດຂອງບັນດາພັນລະຍາຜູ້ຕາງໜ້າບັນດາເຂດ, ພາກທີ່ມາຈາກບັນດາປະເທດເອີຣົບ. ນີ້ກໍແມ່ນການເຄື່ອນໄຫວເພື່ອແນໃສ່ຍ້ອງຍໍຊົມເຊີຍຄວາມມີສະເໜ່ຂອງແມ່ຍິງ ຫວຽດນາມ, ຄວາມງາມ ແລະ ຄຸນຄ່າຂອງຊຸດເສື້ອຍາວ ຫວຽດນາມ, ຜ່ານນັ້ນແຜ່ກະຈາຍຄວາມຮັກ ຊຸດເສື້ອຍາວສູ່ພໍ່ແມ່ພີ່ນ້ອງທຸກຄົນ, ພ້ອມທັງປະກອບສ່ວນສ້າງບັນຍາກາດການເຄື່ອນໄຫວສິລະປະທີ່ເປັນເອກະລັກສະເພາະໃນປະຊາຄົມຊາວ ຫວຽດນາມ ອາໄສ ຢູ່ ຕ່າງປະເທດ.

ຫາຍດັງ, ນັກຂ່າວ VOV ປະຈຳ ເຊັກໂກ.

ຕອບກັບ

ຂ່າວ/ບົດ​ອື່ນ