ເຄື່ອງຕ່ຳແຜ່ນຕັດຫຍິບຫວຽດນາມປະຕິບັດມາດຕະການຫຼາຍຢ່າງເພື່ອບັນລຸຄາດໝາຍເຕີບໂຕ

ເຄື່ອງຕ່ຳແຜ່ນຕັດຫຍິບຫວຽດນາມປະຕິບັດມາດຕະການຫຼາຍຢ່າງເພື່ອບັນລຸຄາດໝາຍເຕີບໂຕ - ảnh 1
(ພາບ​ປະ​ກອບ​ອີນ​ເຕີ​ແນັດ)

(vovworld) - ​ປີ 2016, ຄາດ​ໝາຍ​ເຕີບ​ໂຕ​ໃນ​ການ​ສົ່ງ​ອອກເຄື່ອງ​ຕ່ຳ​ແຜ່ນ​ຕັດ​ຫ​ຍິບ​ຫວຽດ​ນາມ ພຽງ​ບັນ​ລຸກວ່າ 28 ຕື້ USD, ຕ່ຳ​ກວ່າ 1,7 ຕື້ USD ເມື່ອ​ທຽບ​ໃສ່​ຄາດ​ໝາຍ​ທີ່​ໄດ້​ວາງ​ອອກ​ຍາມ​ຕົ້ນ​ປີ. ເຖິງວ່າ​ໄດ້​ຮັບ​ການ​ຄາດ​ຄະ​ເນ​ວ່າ​ປີ 2017 ຈະ​ສືບ​ຕໍ່​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ, ແຕ່​ຂະ​ແໜງ​ຕ່ຳ​ແຜ່ນ​ຕັດ​ຫ​ຍິບ​ຂອງ​ຫວຽດ​ນາມ ຍັງ​ວາງ​ອອກ​ຄາດ​ໝາຍ​ເຕີບ​ໂຕ​ແມ່ນ 6,5% - 7%, ບັນ​ລຸກວ່າ 30 ຕື້ USD, ສ​ູງກວ່າ​ປີ 2016. ເພື່ອ​ບັນ​ລຸ​ໄດ້​ຜົນ​ງານ​ສູງ, ນັບ​ແຕ່​ຕົ້ນ​ປີ, ທົ່ວ​ຂະ​ແໜງ​ໄດ້​ປະ​ຕິ​ບັດ​ມາດ​ຕະ​ການ​ຫຼາຍ​ຢ່າງ​ທີ່​ຖືລັກ​ສະ​ນະ​ກະ​ໂດດ​ຂັ້ນ. ທ່ານ​ເລ​ຕ໋ຽນ​ເຈື່ອງ, ຜູ້​ອຳ​ນວຍ​ການບ​ໍ​ລິ​ສັດ​ເຄື່ອງ​ຕຳ​ແຜ່ນ​ຕັດ​ຫ​ຍິບ​ຫວຽດ​ນາມ ໃຫ້​ຮູ້​ວ່າ.

        “ຄາດ​ໝາຍ​ໃນ​ປີ 2017, ຂະ​ແໜງ​ຕ່ຳ​ແຜ່ນ​ຕັດ​ຫຍິບ​ຫວຽດ​ນາມ ບັນ​ລຸ​ລະ​ດັບ​ເຕີບ​ໂຕກວ່າ 7% ເມື່ອ​ທຽບ​ໃສ່​ລະ​ດັບ​ສູ້​ຊົນ​ລື່ນ​ກາຍ 30 ຕື້ USD, ນີ້​ແມ່ນ​ຄາດ​ໝາຍ​ເປັນ​ສິ່ງ​ທ້າ​ທາຍ ໃນ​ນັ້ນ​ສືບ​ຕໍ່​ສຸມ​ໃສ່​ເຂົ້າ​ວ​ຽກ​ງານ​ເພີ່ມ​ອັດ​ຕາ​ສ່ວນ​ໃນ​ຕະ​ຫຼາດ, ພິ​ເສດ​ແມ່ນ​ຢູ່​ເອີ​ລົບ ດ້ວຍ​ບັນ​ດາ​ສັນ​ຍານ​ຂອງ FTA ຫວຽດ​ນາມ - ອີ​ຢູ ຈະ​ມີ​ຜົນ​ສັກ​ສິດ​ນັບ​ແຕ່​ປີ 2018. ນີ້​ແມ່ນ​ຕະ​ຫຼາດ​ຈຸດ​ສຸມ, ພ້ອມ​ກັນ​ນັ້ນ​ກໍ່​ຂຸດ​ຄົ້ນ​ບັນ​ດາ​ສັນ​ຍາ​ການ​ຄ້າ​ຫວຽດ​ນາມ ກັບ ​ສະ​ຫະ​ພັນເສດ​ຖະ​ກິດ​ອາ​ຊ​ີ - ເອີ​ລົບ ຢ່າງ​ມີ​ປະ​ສິດ​ທິ​ຜົນ​ກວ່າ. ນີ້ກໍ່​ແມ່ນ​ຕະ​ຫຼາດ​ເຊິ່ງ​ອັດ​ຕາ​ສ່ວນ​​ໃນ​ຕະ​ຫຼາດຫວຽດ​ນາມ ຍັງ​ນ້ອຍ​ຢູ່”.


ຂ່າວ/ບົດ​ອື່ນ