ເຈລະຈານະໂຍບາຍປ້ອງກັນຊາດຫວຽດນາມ-ສ.ເກົາຫຼີຄັ້ງທີ5
ການເຈລະຈານະໂຍບາຍການປ້ອງກັນຊາດ ຫວຽດນາມ - ສ.ເກົາຫຼີ
(ພາບ: qdnd.vn)
(vovworld) - ວັນທີ 27/12 ຢູ່ ຮ່າໂນ້ຍ ຖືກດຳເນີນການເຈລະຈານະໂຍບາຍການປ້ອງກັນຊາດ ຫວຽດນາມ - ສ.ເກົາຫຼີ ຄັ້ງທີ 5. ຄະນະ ຫວຽດນາມ ໂດຍທ່ານພົນໂທ ຫງວຽນຈີ໋ວິງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ເປັນຫົວໜ້າຄະນະ; ຄະນະ ສ.ເກົາຫຼີ ໂດຍທ່ານ Hoang In-Mu ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ເປັນຫົວໜ້າຄະນະ. ນະທີ່ນີ້ ທ່ານພົນໂທ ຫງວຽນຈີ໋ວິງ ເນັ້ນໜັກວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການພົວພັນຮ່ວມມືກັບ ສ.ເກົາຫຼີ ໃນຫລາຍຂົງເຂດ, ໃນນັ້ນ ມີການພົວພັນຮ່ວມມືກ່ຽວກັບດ້ານປ້ອງກັນຊາດ.
2 ຝ່າຍພ້ອມກັນແລກປ່ຽນທັດສະນະກ່ຽວກັບສະພາບຄວາມສະຫງົບປອດໄພໃນໂລກ, ພາກພື້ນ ແລະ ບັນດາບັນຫາສາກົນ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ; ຕີລາຄາໝາກຜົນແຫ່ງການຮ່ວມມືນັບແຕ່ວາລະເການຈລະຈານະໂຍບາຍປ້ອງກັນຊາດຄັ້ງທີ 4 (09/2015) ມາຮອດປະຈຸບັນ ແລະ ກຳນົດທິດບັນດາເນື້ອໃນການຮ່ວມມື ເພື່ອແນໃສ່ນຳການພົວພັນຮ່ວມມືດ້ານປ້ອງກັນຊາດ 2 ຝ່າຍໃຫ້ນັບມື້ນັບເຂົ້າສູ່ລວງເລິກ ແລະ ບັນລຸປະສິດທິຜົນແທດຈິງ.