ເຈລະຈາລະຫວ່າງສະມາຄົມມິດຕະພາບ2ປະເທດຫວຽດນາມ-ລາວ
(ພາບປະກອບ)
(vovworld) – ວັນທີ 19/11, ຢູ່ ຮ່າໂນ້ຍ, ຄະນະຜູ້ແທນສະມາຄົມມິດຕະພາບ ຫວຽດນາມ - ລາວ ໂດຍທ່ານ ເຈີ່ນວັນຕູ໋ຍ, ຫົວໜ້າຄະນະວຽກງານສະມາຊິກສະພາແຫ່ງຊາດ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ປະທານສູນກາງສະມາຄົມມິດຕະພາບ ຫວຽດນາມ - ລາວ ເປັນຫົວໜ້າຄະນະ ໄດ້ມີການເຈລະຈາກັບຄະນະຜູ້ແທນມິດຕະພາບ ລາວ - ຫວຽດນາມ ໂດຍທ່ານ ວິໄລວົງ ບຸນດາຄຳ ປະທານກຳມາທິການແຜນການ, ການເງິນ ແລະ ການກວດສອບສະພາແຫ່ງຊາດ, ປະທານສູນກາງສະມາຄົມມິດຕະພາບ ລາວ - ຫວຽດນາມ ເປັນຫົວໜ້າຄະນະ. 2 ຝ່າຍຖືວ່າ ການເຈລະຈາຄັ້ງນີ້ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການເພີ່ມທະວີສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ ໂດຍບັນດາການນຳລຸ້ນຕ່າງໆຂອງ 2 ພັກ, 2 ລັດ ແລະ ປະຊາຊົນ 2 ປະເທດເພີ່ມພູນຄູນສ້າງ. 2 ຝ່າຍໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບການພັດທະນາເສດຖະກິດ - ສັງຄົມຂອງ 2 ປະເທດ, ກ່ຽວກັບການເຄື່ອນໄຫວມິດຕະພາບລະຫວ່າງປະຊາຊົນ 2 ປະເທດໃນໄລຍະມໍ່ໆມານີ້, ຄຽງຂ້າງນັ້ນ 2 ຝ່າຍເຫັນດີເປັນເອກະພາບສົມທົບກັນຈັດຕັ້ງງານມະໂຫລານມິດຕະພາບປະຊາຊົນ ລາວ - ຫວຽດນາມ ຄັ້ງທີ 4 ປີ 2017 ຢູ່ ລາວ; ສົມທົບກັນພິມຈຳໜ່າຍວາລະສານພິເສດກ່ຽວກັບການພົວພັນ 2 ປະເທດ ເພື່ອແນໃສ່ໂຄສະນາ, ສຶກສາມູນເຊື້ອກ່ຽວກັບການພົວພັນ ຫວຽດນາມ - ລາວ, ບັນດາການເຄື່ອນໄຫວມິດຕະພາບປະຊາຊົນ 2 ປະເທດ ຄາດວ່າຈະຈຳໜ່າຍໃນເດືອນ 6/2017.