ການນຳນະຄອນ ໂຮ່ຈີມິນ ຕ້ອນຮັບເຈົ້າຄອງນະຄອນ Rotterdam
(ພາບ: qdnd.vn)
|
(vovworld) -ຕອນເຊົ້າວັນທີ 10/3, ຢູ່ນະຄອນໂຮ່ຈິມິນ, ທ່ານປະທານຄະນະກຳມະການປະຊາຊົນ ນະຄອນໂຮ່ຈິມິນ ເລຮ່ວາງກວນ ແລະ ທ່ານເຈົ້າຄອງນະຄອນ Rotterdam ປະເທດໂຮນລັງ Ahmed Aboulated ໄດ້ລົງນາມໃນບົດບັນທຶກຊ່ວຍຈຳໂຄງການຮ່ວມມືລະຫວ່າງ 2 ນະຄອນໄລຍະ 2015-2018. ຕາມນັ້ນແລ້ວ, ທາງ ນະຄອນ Rotterdam ຈະແບ່ງປັນບົດຮຽນກ່ຽວກັບການນຳໃຊ້ມາດຕະການດັບປັບໃຫ້ແທດເໝາະກັບການປ່ຽນແປງຂອງດິນຟ້າອາກາດ, ບັນດາຂັ້ນຕອນສ້າງແຜນການ, ການເຂົ້າຮ່ວມຂອງວົງຄະນະຍາດ ແລະ ຂະຫຍາຍຍຸດທະສາດທີ່ສາມາດຟື້ນຟູ, ຊຶ່ງລວມທັງການຕີລາຄາກ່ຽວກັບກໍລະນີປະສົບຄວາມສ່ຽງໄພສູງກວ່າໝູ່ຂອງບັນດາພື້ນຖານໂຄງລ່າງທີ່ສຳຄັນ.
ກ່ອນໜ້ານັ້ນຄືໃນຕອນບ່າຍວັນທີ 9/3, ທ່ານ ເລແທງຫາຍ, ກຳມະການກົມການເມືອງ, ເລຂາຄະນະພັກນະຄອນ ໂຮ່ຈີມິນ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນນະຄອນ Rotterdam, ປະເທດ ໂຮນລັງ, ໂດຍທ່ານ Ahmed Aboutaleb, ເຈົ້າຄອງນະຄອນ ນຳໜ້າພວມຢູ່ຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. ທ່ານ ເລແທງຫາຍ ຂໍຂອບອົກຂອບໃຈອຳນາດການປົກຄອງນະຄອນ Rotterdam ທີ່ໄດ້ຊ່ວຍເຫຼືອ, ໜູນຊ່ວຍນະຄອນ ໂຮ່ຈີມິນ ໃນຂົງເຂດຄົ້ນຄ້ວາ, ຜັນຂະຫຍາຍບັນດາມາດຕະການໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ນ້ຳທະເລຂຶ້ນສູງ ກໍ່ຄືຊຸກຍູ້ການພັດທະນາໃນບັນດາຂົງເຂດເສດຖະກິດ, ການຄ້າ, ການລົງທຶນ, ການທ່ອງທ່ຽວ, ສຶກສາບຳລຸງສ້າງ. ທ່ານ ເລແທງຫາຍ ໃຫ້ຮູ້ວ່າ: ຍາມໃດນະຄອນກໍ່ປາດຖະໜາ, ເພີ່ມທະວີການຮ່ວມມືນັບມື້ນັບເລິກເຊິ່ງ, ກ້ວາງຂວາງ, ແທດຈິງກັບ ນະຄອນ Rotterdam ໃນບັນດາຂົງເຂດນີ້, ພ້ອມທັງຜ່ານນະຄອນ Rotterdam ສ້າງຕັ້ງ, ເຊື່ອມຕໍ່ການພົວພັນກັບບັນດານະຄອນອື່ນໆຂອງ ໂຮນລັງ ໃນຫຼາຍຂົງເຂດທີ່ກ່ຽວຂ້ອງເຖິງການປ່ຽນແປງຂອງດິນຟ້າອາກາດ, ນ້ຳທະເລຂຶ້ນສູງເຊິ່ງທັງ 2 ຝ່າຍຕ່າງກໍ່ມີຄວາມສົນໃຈ.